ຜູ້ນໍາສອງປະເທດ ລາວ ແລະ ໄທ ຈະເຂົ້າຮ່ວມພິທີເປີດການນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ V ຢ່າງເປັນທາງການ

ຜູ້ນໍາສອງປະເທດ ລາວ ແລະ ໄທ ຈະເຂົ້າຮ່ວມພິທີເປີດການນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ V ຢ່າງເປັນທາງການ

ພິທີເປີດການນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ຢ່າງເປັນທາງການ ຈະຈັດຂຶ້ນໃນ ວັນທີ 25 ທັນວາ 2025 ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ພະບາດສົມເດັດ ພະວະຊິຣະເກົ້າ ເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພະຣາຊິນີ, ໂດຍມີການເຂົ້າຮ່ວມຂອງ ທ່ານນາຍົກລັດຖະມົນຕີ, ລັດຖະມົນຕີ ແລະ ແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງສອງຝ່າຍ ຫຼາຍກວ່າ 500 ທ່ານ ເຂົ້າຮ່ວມຢ່າງ ພ້ອມພຽງ.

ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V ເປັນໂຄງການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກໄທ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ ລັດຖະ ບານສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ ແລະ ໄທ ໂດຍສະເພາະ ແຂວງບໍລິຄໍາໄຊ ຂອງ ສປປ ລາວ ແລະ ຈັງຫວັດບຶງການ ຂອງ ຣາຊະອານາຈັກໄທ ທີ່ມີຄວາມປາດຖະໜາມີຂົວເຊື່ອມຕໍ່ສອງປະເທດ ລາວ ແລະ ໄທ  ເພື່ອອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ລະຫວ່າງປະຊາຊົນ, ການເຊື່ອມໂຍງ-ເຊື່ອມຈອດ ລະຫວ່າງ ສອງປະເທດເຂົ້າກັບພາກພື້ນ ຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ, ກໍຄື ເຮັດໃຫ້ການຄົມມະນາ ຄົມຂົນສົ່ງ, ການຄ້າ, ການທ່ອງທ່ຽວ ລະຫວ່າງ ສອງປະເທດ ມີຄວາມສະດວກ, ຄ່ອງຕົວ ແລະ ວ່ອງໄວຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ.

ພິທີການເປີດການນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ V ນີ້ ຈະເປັນສັນຍາລັກແຫ່ງມິດຕະພາບ ແລະ ການ ຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະ ເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ກໍຄື: ການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການ ທູດລະຫວ່າງສອງປະເທດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ຄົບຮອບ 75 ປີ ໃນເດືອນທັນວາ 2025 ນີ້.  

ແຫຼ່ງຂ່າວຈາກ (ກົມການຂ່າວ, ກະຊວງການຕ່າງປະເທດ)

Related Articles

Leave a Reply