ກອງບັນຊາການ ປກສ ແຂວງວຽງຈັນ ແລະ ປກສ ເມືອງໂພນໂຮງໄດ້ເຂົ້າກວດເຮືອນຜະລິດຢາບ້າ ແລະ ກັກຕົວຜູ້ຖືກຫາ

ກອງບັນຊາການ ປກສ ແຂວງວຽງຈັນ ແລະ ປກສ ເມືອງໂພນໂຮງໄດ້ເຂົ້າກວດເຮືອນຜະລິດຢາບ້າ ແລະ ກັກຕົວຜູ້ຖືກຫາ

ເມື່ອມໍ່ໆມານີ້, ເຈົ້າໜ້າທີ່ ວິຊາສະເພາະກອງບັນຊາການ ປກສ ແຂວງວຽງຈັນ ໄດ້ສົມທົບກັບເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງໂພນໂຮງ ໄດ້ເຂົ້າກວດຄົ້ນເຮືອນເປົ້າໜາຍຜະລິດຢາບ້າຢູ່ບ້ານ ແອກຊ້າງ ເມືອງໂພນໂຮງ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາໄດ້ຈຳນວນ 04 ຄົນມີຄື: ນາງຊົ່ວເຮີ (ເຈົ້າຂອງເຮືອນເປັນຜູ້ຜະລິດຢາບ້າ), ທ້າວຫຼົງລໍ່, ທ້າວໄທລໍ່ (ທັງ 02 ຄົນເປັນກໍາມະກອນ), ທ້າວຕູ່ລໍ່ (ເປັນລູກຂອງນາງ ຊົ່ວເຮີ).

ຜ່ານການກວດຄົ້ນໄດ້ພົບເຫັນວັດຖຸຂອງກາງ,ອຸປະກອນ ແລະ ເຄື່ອງປະສົມໃນການຜະລິດຢາບ້າຄື: ໂຮງປໍ້າຢາໃຫຍ່ 01 ຊຸດ, ໂຮງບົດ(ໂຮງປະສົມ)ຈຳນວນ 02ໂຮງ, ແກນຕອກຈຳນວນ 54 ອັນ, ຈວຍຈຳນວນ 02 ອັນ, ຫົວປໍ້າຈໍານວນ 02 ຫົວ, ແປ້ງສີແດງຈໍານວນ 32 ກິໂລກຣາມ, ຢາບ້າທີ່ອັນເປັນເມັດແລ້ວຈຳນວນ 1,9 ກິໂລກຣາມ, ຢາໄອສ໌ ຈຳນວນ 2,2 ກິໂລກຣາມ, ນໍ້າຢາເບສໂອເດີແກ້ວນ້ອຍ ຈຳນວນ 259 ແກ້ວ, ແປ້ງສີຂາວຈຳນວນ 1,5 ກິໂລກຣາມ, ລົດກະບະຍີ່ຫໍ້ ໂຕໂຍຕ້າ ລີໂວ ສີຂາວ ປ້າຍທະບຽນ ກໍາແພງນະຄອນ ກພ 3009 ຈຳນວນ 01 ຄັນ ຜ່ານການສືບສວນ-ສອບສວນເບື້ອງຕົ້ນ ນາງ ຊົ່ວເຮີໄດ້ໃຫ້ການຮັບສາລະພາບວ່າ; ໂຮງຜະລິດຢາບ້າ,ອຸປະກອນ ແລະ ເຄື່ອງປະສົມຜະລິດຢາບ້າຈຳນວນດັ່ງກ່າວແມ່ນຂອງທ້າວ ສາຍຢາງ ແລະ ຜູ້ກ່ຽວໄດ້ຊື້ຢາໄອສ໌ນຳ ທ້າວ ວີວ່າງ ເພື່ອມາປະສົມໃສ່ຢາບ້າ.

ທີ່ມາ: Viengchan Police news, ນ.ນາດມະນີ

Related Articles

Leave a Reply