ເສຍຊິວິດ 26 ຄົນຈາກອຸບັດເຫດໃນປີ 2025 ຢູ່ແຂວງອັດຕະປື

ເສຍຊິວິດ 26 ຄົນຈາກອຸບັດເຫດໃນປີ 2025 ຢູ່ແຂວງອັດຕະປື

ໃນປີ 2025 ທົ່ວແຂວງອັດຕະປືມີຜູ້ເສຍຊີວິດ 26 ຄົນ (ຍິງ 4 ຄົນ)ຈາກອຸບັດເຫດເກີດຂຶ້ນຕາມທ້ອງຖະໜົນ ທັງໝົດ 459 ລາຍ ລວມມູນຄ່າເສຍຫາຍຈາກການເກີດອຸບັດເຫດ 3,7 ຕື້ກວ່າກີບ.

ທ່ານ ຮ້ອຍເອກ ອະທິສັກ ສິມມະລາດ ຮອງຫົວໝ້າພະແນກຈະລາຈອນ ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງອັດຕະປື ໄດ້ໃຫ້ສໍາພາດ ໃນວັນທີ 30 ທັນວາ 2025 ນີ້ວ່າ: ສາເຫດຕົ້ນຕໍທີ່ພາ ໃຫ້ເກີດອຸບັດເຫດຕາມທ້ອງຖະໜົນ ພາຍໃນແຂວງອັດຕະປື ຍ້ອນຜູ້ຂັບຂີ່ຍັງຖືເບົາ ໃນການປະຕິບັດກົດລະບຽບການສັນຈອນ ເປັນຕົ້ນ ດື່ມສິ່ງມຶນເມົາແລ້ວຂັບຂີ່ ສູງເຖິງ 147 ລາຍ, ຮອງມາແມ່ນຂັບຂີ່ໄວເກີນກຳນົດມີ 124 ລາຍ, ບໍ່ປ່ອຍສິດທາງນ້ອຍ ບໍ່ໃຫ້ກຽດທາງໃຫຍ່ ມີ 106 ລາຍ, ລ່ວງປ້າຍ 88 ລາຍ, ປ່ຽນທິດທາງ 53 ລາຍ ແລະ ອື່ນໆ. ຈຸດທີ່ມັກເກີດອຸບັດເຫດຫຼາຍກວ່າໝູ່ແມ່ນເຂດຊຸມຊົນ ເທສະບານເມືອງ, ແຂວງ, ບັນດາ 3 ແຍກ, 4 ແຍກ.

ທ່ານ ຮ້ອຍເອກ ອະທິສັກ ສິມມະລາດ ກ່າວໃຫ້ຮູ້ຕື່ມວ່າ: ໃນປີ 2026 ນີ້, ເພື່ອເຮັດໃຫ້ສະພາບອຸບັດເຫດຫຼຸດຜ່ອນລົງ ທາງພະແນກຈະລາຈອນ ປກສ ແຂວງ ຈະໄດ້ສືບຕໍ່ລົງເຄື່ອນໄຫວວຽກງານວິຊາສະເພາະ ໂດຍຈະໄດ້ລົງເຄື່ອນໄຫວສືບຕໍ່ໂຄສະນາກົດລະບຽບ ການສັນຈອນຕາມທ້ອງຖະໜົນຫຼວງ, ສໍານັກງານອົງການ, ບ້ານ ແລະ ໂຮງຮຽນ, ກວດກາບັງຄັບໃຊ້ກົດໝາຍ, ຈັບຄວາມໄວ, ກວດທາດເຫຼົ້າ ແລະ ສຶກສາອົບຮົມຜູ້ຂັບຂີ່ທີ່ລະເມີດກົດລະບຽບການສັນຈອນ, ປະສານສົມທົບກັບພະແນກການທີ່ກ່ຽວຂ້ອງ ກ່ຽວກັບບັນດາປ້າຍ, ປ້າຍເຕືອນ, ປ້າຍຫ້າມ, ປ້າຍບອກສິດ ແລະ ດອກໄຟເຍືອງທາງ ທີ່ມີການເປ່ເພ ແລະ ບໍ່ທັນພຽງພໍຕາມເສັ້ນທາງຈຸດ 3 ແຍກ, 4 ແຍກ ທີ່ມີຄວາມສ່ຽງທີ່ພາໃຫ້ເກີດອຸບັດເຫດ.

ພ້ອມນີ້, ຮຽກຮ້ອງເຖິງນັກຂັບຂີ່ຜູ້ໃຊ້ລົດໃຊ້ຖະໜົນ ໃຫ້ເອົາໃຈໃສ່ປະຕິບັດກົດລະບຽບການສັນຈອນຢ່າງເຂັ້ມງວດ ໂດຍສະເພາະ ຖ້າດື່ມສິ່ງມຶນເມົາແລ້ວຫ້າມຂັບຂີ່ຍານພາຫະນະທຸກປະເພດ, ເວລາຂັບຂີ່ຕ້ອງໃຫ້ກຽດເຊິ່ງກັນ ແລະ ກັນ, ໝັ່ນກວດເຊັກສະພາບເຕັກນິກລົດ ໃຫ້ຢູ່ໃນສະພາບພ້ອມໃຊ້ງານ ທັງນີ້ກໍເພື່ອຫຼີກລ່ຽງການສູນເສຍທາງດ້ານຊີວິດ ແລະ ຊັບສິນຈາກການເກີດອຸບັດເຫດຕາມທ້ອງຖະໜົນ.

ແຫລ່ງຂ່າວຈາກ ແຂວງອັດຕະປື

Related Articles

Leave a Reply