ການກໍ່ສ້າງຂົວຂ້າມນ້ຳເຊໂດນຄາດວ່າຈະສຳເລັດປີນີ້

ການກໍ່ສ້າງຂົວຂ້າມນ້ຳເຊໂດນຄາດວ່າຈະສຳເລັດປີນີ້

ໂຄງການກໍ່ສ້າງຂົວຂ້າມນ້ຳເຊໂດນ ຢູ່ເຂດບ້ານບົວລະພາ-ບ້ານຕານປ່ຽວ ເມືອງຄົງເຊໂດນ ແຂວງສາລະວັນ ໄດ້ເລີ່ມລົງມືກໍ່ສ້າງໃນຕົ້ນປີ 2015 ຫາ ວັນທີ 19 ມັງກອນ 2017 ແລະ ໄດ້ຢຸດການກໍ່ສ້າງ ໂດຍຈັດຕັ້ງປະຕິບັດສໍາເລັດແລ້ວ 56.65%, ວຽກທີ່ຍັງຄົງຄ້າງ 43.35% ຊຶ່ງຄາດວ່າຈະສຳເລັດປີ 2026ນີ້.

ຂົວດັ່ງກ່າວ, ມີຄວາມຍາວ 210 ແມັດ, ກວ້າງ ລວມທັງທາງຍ່າງສອງຟາກຂ້າງ 12.12 ແມັດ, ວຽກທີ່ຈະສືບຕໍ່ດໍາເນີນການກໍ່ສ້າງໃຫ້ສຳເລັດລວມມີການ ກໍ່ສ້າງເສັ້ນທາງປູຍາງ 2 ຊັ້ນ ເຂົ້າ-ອອກຂົວ ລວງຍາວ 2,500 ແມັດ, ລວງກວ້າງ 7 ແມັດ, ເທເບຕົງໜ້າຂົວ, ຕິດຕັ້ງຮາວພະນັກຂົວ, ວຽກງານລະບາຍນ້ຳ, ວຽກປ້ອງກັນໆເຈື່ອນ, ວຽກອົງປະກອບຂອງທາງ ແລະ ວຽກເພີ່ມອື່ນໆ ມູນຄ່າການກໍ່ສ້າງໃນໜ້າວຽກສືບຕໍ່ 34 ຕື້ກວ່າກີບ.

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະໄດ້ເດີນທາງ ໄປຕິດຕາມ ຄວາມຄືບໜ້າຂອງການກໍ່ສ້າງຂົວດັ່ງກ່າວເມື່ອມໍ່ໆມານີ້.

ທ່ານລັດຖະມົນຕີ ກະຊວງ ຍທຂ ໄດ້ຊີ້ນໍາໃຫ້ອົງການປົກຄອງແຂວງສາລະວັນ ເອົາໃຈໃສ່ທຸ້ມເທທຸກກຳລັງແຮງທີ່ມີ, ເງື່ອນໄຂ ເພື່ອສືບຕໍ່ດຳເນີນການກໍ່ສ້າງຂົວດັ່ງກ່າວ ໃຫ້ສຳເລັດ ຕາມແບບໂຄງສ້າງ, ທັງມີຄວາມເຊື່ອໝັ້ນໃນດ້ານວິຊາສະເພາະ ທີ່ຈະຄັດເລືອກເອົາບໍລິສັດ ທີ່ມີມາດຖານ, ເງື່ອນໄຂ ຄົບຖ້ວນ ເພື່ອຫຼີກລ້ຽງຂໍ້ຫຍຸ້ງຍາກຕ່າງໆໃນການຈັດຕັ້ງ ເພື່ອເຮັດໃຫ້ການດຳເນີນການກໍ່ສ້າງຂົວແຫ່ງນີ້ ລຸລ່ວງໄປດ້ວຍດີ ແລະ ຄາດວ່າຈະໃຫ້ສຳເລັດປີ 2026 ນີ້, ສ່ວນວຽກງານດ້ານໃດ ທີ່ປະສົບຄວາມຫຍຸ້ງຍາກ ໃຫ້ລາຍງານ, ປຶກສາຫາລືພາກສ່ວນທີ່ກ່ຽວຂ້ອງ ກໍຄືກະຊວງ ຍທຂ ເພື່ອຫາວິທີທາງແກ້ໄຂຮ່ວມກັນ ເຮັດໃຫ້ວຽກງານສຳເລັດໄປດ້ວຍດີ.

ທີ່ມາແຫຼ່ງຂໍ້ມູນຂ່າວ-ພາບ: ວິໄລວອນ ສິດທິໄຊ

Related Articles

Leave a Reply