ເຕືອນ! ຮຽກຮ້ອງສັງຄົມລາວ ຈົ່ງມີສະຕິໃນການເສບຂ່າວ ຮ່ວມກັນຕ້ານຂ່າວປອມ ໃນໄລຍະກະກຽມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ເຕືອນ! ຮຽກຮ້ອງສັງຄົມລາວ ຈົ່ງມີສະຕິໃນການເສບຂ່າວ ຮ່ວມກັນຕ້ານຂ່າວປອມ ໃນໄລຍະກະກຽມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໃນຂະນະທີ່ ປວງຊົນລາວທັງຊາດ ພວມຢູ່ໃນບັນຍາກາດແຫ່ງຄວາມປິຕິຊົມຊື່ນ ແລະ ສຸມໃສ່ສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ທີ່ຈະມາເຖິງນີ້ ແຕ່ກໍຍັງມີກຸ່ມຄົນບໍ່ຫວັງດີ ຈຳນວນໜຶ່ງ ໄດ້ສວຍໂອກາດເຄື່ອນໄຫວສ້າງຄວາມວຸ້ນວາຍຜ່ານສື່ສັງຄົມອອນລາຍ ຢ່າງຕໍ່ເນື່ອງ ຊຶ່ງຮຽກຮ້ອງໃຫ້ສັງຄົມຕ້ອງຮູ້ ແລະ ເຂົ້າໃຈເລິກເຊິ່ງ ເຖິງກົນອຸບາຍຂອງ​ກຸ່ມ​ຄົນ​ທີ່​ບໍ່​ຫວັງ​ດີຄື:

ກຸ່ມຄົນບໍ່ຫວັງດີດັ່ງກ່າວນີ້ ໄດ້ພະຍາຍາມຜະລິດ ແລະ ເຜີຍແຜ່ຂໍ້ມູນຂ່າວສານທີ່ບິດເບືອນຄວາມຈິງ (Fake News), ໃສ່ຮ້າຍປ້າຍສີການນຳ ແລະ ສ້າງກະແສຂ່າວລືທີ່ບໍ່ມີມູນຄວາມຈິງ ໂດຍມີຈຸດປະສົງອັນຊົ່ວຮ້າຍ ເພື່ອຫວັງທຳລາຍພາບພົດ, ບົດບາດການນຳພາຂອງພັກ-ລັດ ແລະ ສ້າງຄວາມແຕກແຍກ, ຄວາມເຂົ້າໃຈຜິດ ແລະ ຄວາມປັ່ນປ່ວນພາຍໃນສັງຄົມ.

ຮຽກຮ້ອງທົ່ວສັງຄົມ ຮູ້ເທົ່າທັນ ແລະ ບໍ່ຕົກເປັນເຄື່ອງມື:

ຕໍ່ກັບປະກົດການດັ່ງກ່າວ, ຂໍຮຽກຮ້ອງມາຍັງ ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ແລະ ຊາວ ໜຸ່ມ-ໄວໜຸ່ມ ຜູ້ທີ່ນຳໃຊ້ສື່ສັງຄົມອອນລາຍທຸກທ່ານ ຈົ່ງເພີ່ມທະວີສະຕິລະວັງຕົວ ແລະ ປະຕິບັດດັ່ງນີ້:

​ຢ່າເຊື່ອຂ່າວລືແບບງ່າຍໆ: ຂໍໃຫ້ມີວິຈາລະນະຍານຢ່າງໜັກແໜ້ນ, ໄຕ່ຕອງຂໍ້ມູນຢ່າງຮອບຄອບ ກ່ອນທີ່ຈະປັກໃຈເຊື່ອ. ຂໍ້ມູນທີ່ໂຈມຕີບຸກຄົນ ຫຼື ອົງການຈັດຕັ້ງ ດ້ວຍຖ້ອຍຄຳທີ່ຮຸນແຮງ ມັກຈະເປັນຂ່າວປອມ.

​ກວດສອບແຫຼ່ງທີ່ມາຂອງຂ່າວ ແລະ ຄວນຮັບຂໍ້ມູນຂ່າວສານຈາກສື່ທາງການຂອງລັດ (ເຊັ່ນ: ໂທລະພາບແຫ່ງຊາດ, ວິທະຍຸແຫ່ງຊາດ, ໜັງສືພິມປະຊາຊົນ, ສຳນັກຂ່າວສານປະເທດລາວ ແລະ ເພຈທາງການຂອງກະຊວງຕ່າງໆ) ເທົ່ານັ້ນ.

​ “ຢຸດ-ຄິດ-ກ່ອນແຊ”: ການກົດ Like ຫຼື Share ຂ່າວປອມ ເທົ່າກັບວ່າທ່ານໄດ້ຕົກເປັນເຄື່ອງມືຂອງກຸ່ມຄົນບໍ່ຫວັງດີ ແລະ ເປັນການຊ່ວຍຂະຫຍາຍຄວາມແຕກ​ແຍກໃນສັງຄົມ ໂດຍບໍ່ຮູ້ຕົວ.

​ປະຕິເສດ ແລະ ຕອບໂຕ້: ຫາກພົບເຫັນຂ່າວປອມ ໃຫ້ຊ່ວຍກັນ ລາຍງານໄປຍັງຜູ້ໃຫ້ບໍລິການ ແພ​ລັດຟອມນັ້ນໆ ແລະ ຕັກເຕືອນຄົນໃກ້ຊິດບໍ່ໃຫ້ຫຼົງເຊື່ອ.

ທັງ​ນີ້, ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແມ່ນເຫດການການເມືອງທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ຕໍ່ຊາຕາກຳ ແລະ ອະນາຄົດຂອງປະເທດຊາດ. ດັ່ງນັ້ນ, ຄວາມສາມັກຄີເປັນປຶກແຜ່ນ, ຄວາມສະຫງົບ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງຂອງປະຊາຊົນ ຄືເກາະກຳບັງທີ່ດີທີ່ສຸດ ທີ່ຈະຕີຕ້ານທຸກກົນອຸບາຍຂອງກຸ່ມຄົນບໍ່ດີ.

​ຂໍໃຫ້ທຸກຄົນຮ່ວມໃຈກັນ ເປັນຫູເປັນຕາ ແລະ ຮັບຂ່າວຢ່າງມີສະຕິ ເພື່ອຄວາມສະຫງົບສຸກຂອງບ້ານເມືອງເຮົາ.

ທີ່ມາ: ປະຊາຊົນ

Related Articles

Leave a Reply