ສະຫາຍ ກິແກ້ວ ໄຂຄໍາພິທູນ, ກໍາມະການກົມການເມືອງສູນກາງພັກ, ຫົວໜ້າກອງເລຂາ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ຖະແຫຼງຂ່າວ ກ່ອນດໍາເນີນກອງປະຊຸມໃຫຍ່ ທີ່ຫໍປະຊຸມແຫ່ງຊາດໃນຕອນບ່າຍ ວັນທີ 04 ມັງກອນ 2026 ນີ້ ວ່າ: ພີ່ນ້ອງຮ່ວມຊາດ ແລະ ເພື່ອນມິດສາກົນ ທີ່ຮັກແພງທັງຫຼາຍ! ຂ້າພະເຈົ້າ ຂໍອະນຸຍາດຕາງໜ້າໃຫ້ກອງເລຂາ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດລາວ ຂໍແຈ້ງມາຍັງທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບ ອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພ້ອມດ້ວຍປະເທດເພື່ອນມິດໃກ້-ໄກ ຊາບທົ່ວເຖິງກັນ ວ່າ ໂດຍປະຕິບັດຕາມກົດລະບຽບຂອງພັກ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຈະໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 06 ມັງກອນ 2026 ແລະ ຈະດໍາເນີນໄປຈົນເຖິງວັນທີ 08 ມັງກອນ 2026, ໃຊ້ເວລາ 03 ວັນເຕັມ ທີ່ນະຄອນຫຼວງວຽງຈັນ. ກອງປະຊຸມຄັ້ງນີ້ມີຜູ້ແທນເຂົ້າຮ່ວມທັງໝົດ 834 ສະຫາຍ, ຍິງ 123 ສະຫາຍ ທີ່ເປັນ ຕົວແທນໃຫ້ແກ່ສະມາຊິກພັກທົ່ວປະເທດ 421,865 ສະຫາຍ, ຜູ້ແທນກອງປະຊຸມໃຫຍ່ ແມ່ນ ຮັບປະກັນທາງດ້ານໂຄງປະກອບ, ມີຄຸນນະພາບ, ມີມາດຕະຖານ ແລະ ເງື່ອນໄຂຖືກຕ້ອງຄົບ ຖ້ວນ, ເປັນຕົວແທນຂອງບັນດາຊັ້ນຄົນ, ຊົນເຜົ່າ, ເພດ-ໄວ ແລະ ໄດ້ຜ່ານການເລືອກຕັ້ງຈາກ ກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການທຽບເທົ່າກະຊວງ ແລະ ທ້ອງຖິ່ນ ໃນຂອບເຂດ ທົ່ວປະເທດ. ນອກນີ້ ຍັງມີແຂກຖືກເຊີນ ຈໍານວນ 388 ສະຫາຍ ຈະໄດ້ເປັນກຽດເຂົ້າຮ່ວມ. ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ ! ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແມ່ນ ກອງປະຊຸມ ສຸດທີ່ມີຄວາມໝາຍສໍາຄັນ ແລະ ຈະກາຍເປັນເຫດການການເມືອງ ແລະ ປະ ຫວັດສາດອັນໃຫຍ່ຫຼວງ ຂອງພັກ ແລະ ຂອງຊາດ, ເຊິ່ງຈະດໍາເນີນຂຶ້ນພາຍໃຕ້ຄໍາຂວັນ “ຍົກ ສູງບົດບາດການນໍາພາ ທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າ ຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິ ຍົມ” ແລະ ຈະປະກອບດ້ວຍວາລະສໍາຄັນ ຄື: (1) ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາ 04 ເອກະສານສໍາຄັນ ຄື: ຮ່າງໂຄງ ການການເມືອງ ສະບັບທີ 03 ຂອງພັກ, ຮ່າງລາຍງານການເມືອງ ຂອງຄະນະບໍລິຫານ ງານສູນກາງພັກ ສະໄໝທີ XI, ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງ ທີX (2026-2030); ຮ່າງກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII, ເຊິ່ງເອກກະສານເຫຼົ່ານັ້ນ ຈະໄດ້ກໍານົດຍຸດທະສາດ, ແນວທາງການເມືອງ ແລະ ແນວທາງການຈັດຕັ້ງ ຂອງພັກ, ແນວທາງພັດທະນາເສດຖະກິດ-ສັງຄົມ ຂອງລັດ ໃນຊຸມປີຕໍ່ໜ້າ ຢ່າງມີວິທະຍາສາດ ແລະ ແທດກັບສະພາບຄວາມເປັນຈິງ ຂອງ ສປປ ລາວ. ເພື່ອຮັບປະກັນໃຫ້ການກະກຽມບັນດາເອກະສານສໍາຄັນ ຂອງກອງປະຊຸມໃຫຍ່ ມີເນື້ອ ໃນທີ່ອຸດົມສົມບູນ, ເລິກເຊິ່ງ, ໜັກແໜ້ນ, ມີປະຊາທິປະໄຕ… ອະນຸກໍາມະການທີ່ກ່ຽວຂ້ອງ ໄດ້ ສຸມໃສ່ຄົ້ນຄວ້າ, ກັ່ນກອງ, ປຶກສາຫາລື ແລະ ນໍາເອົາເນື້ອໃນເອກະສານດັ່ງກ່າວ ລົງທາບ ທາມ, ລະດົມຄວາມເຫັນ ຢ່າງກວ້າງຂວາງ ດ້ວຍຫຼາກຫຼາຍຮູບແບບ ທັງຢູ່ສູນກາງ, ທ້ອງຖິ່ນ ແລະ ທັງໄດ້ໄປແລກປ່ຽນ ນໍາປະເທດເພື່ອນມິດຍຸດທະສາດ ແລ້ວປັບປຸງຫຼາຍຫຼົບຫຼາຍຕ່າວ ເພື່ອເຮັດໃຫ້ເອກະສານ ຂອງກອງປະຊຸມໃຫຍ່ ກາຍເປັນຄັງສາງແຫ່ງສະຕິປັນຍາຂອງທົ່ວ ປວງຊົນລາວທັງຊາດ ຢ່າງແທ້ຈິງ. (2) ກອງປະຊຸມ ຍັງຈະໄດ້ດໍາເນີນການເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທີ່ເປັນອົງການນໍາພາສູງສຸດຂອງພັກ ຕະຫຼອດສະໄໝ ທີ XII ເພື່ອແບກຫາບ ພາລະໜ້າທີ່ອັນໜັກໜ່ວງ ທີ່ພັກ ກໍຄືປະຊາຊົນໄດ້ມອບໝາຍໃຫ້. ບົນຈິດໃຈ ທີ່ຕ້ອງຮັບປະກັນການກະກຽມດ້ານບຸກຄະລາກອນ ກອງປະຊຸມໃຫຍ່ດໍາເນີນ ໄປຢ່າງຖືກຕ້ອງ ຕາມກົດລະບຽບຂອງພັກ ແລະ ມີປະຊາທິປະໄຕ. ອະນຸກໍາມະການຮັບຜິດຊອບ ໄດ້ເປັນເຈົ້າການຄົ້ນຄວ້າ, ອອກນິຕິກໍາທີ່ກ່ຽວຂ້ອງ ແລະ ນໍາພາການທາບທາມ ບຸກຄະກອນ ຢ່າງເປັນລະບົບຕໍ່ເນື່ອງ ແຕ່ຮາກຖານຂຶ້ນມາ ດ້ວຍວິທີການ ແລະ ຮູບແບບທີ່ເໝາະສົມ ເພື່ອ ຮັບປະກັນ ໃຫ້ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ເປັນຜູ້ທີ່ມີມາດຕະຖານ ແລະ ເງື່ອນໄຂຄົບຖ້ວນ, ປ່ຽມລົ້ນໄປດ້ວຍສະຕິປັນຍາ, ຊື່ສັດບໍລິສຸດຜຸດຜ່ອງ, ຈົງຮັກພັກດີ, ນໍາພາ ທົ່ວພັກ ຈັດຕັ້ງປະຕິບັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ມີຜົນສໍາເລັດຕົວຈິງ. ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ! ໂດຍລວມແລ້ວ ຜ່ານຂະບວນການຫ້າງຫາກະກຽມ ຢ່າງເປັນລະບົບ ແຕ່ປີ 2023 ເປັນ ຕົ້ນມາ ແລະ ພາຍໃຕ້ການນໍາພາ-ຊີ້ນໍາ ຢ່າງຈົດຈໍ່ຂອງກົມການເມືອງສູນກາງພັກ, ຄະນະເລ ຂາທິການສູນກາງພັກ. ສາມາດເວົ້າໄດ້ວ່າ ການກະກຽມກອງປະຊຸມໃຫຍ່ຂອງພັກເຮົາ ແມ່ນຂະ ບວນການອັນກວ້າງຂວາງຂອງມະຫາຊົນ, ເຊິ່ງເປັນໝາກຜົນ ແລະ ການປະກອບສ່ວນອັນສໍາ ຄັນ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງພັກ ທີ່ໄດ້ດໍາເນີນໄປ ຢ່າງ ເລິກເຊິ່ງ, ຮອບດ້ານ ແລະ ມີຜົນສໍາເລັດ ສໍາຄັນໃຫຍ່ຫຼວງ ຫຼາຍດ້ານຜ່ານມາ, ສ້າງພື້ນຖາ ທີ່ ໜັກແໜ້ນ ໃຫ້ກັບບາດກ້າວ ກໍຄືຍ່ານທາງສືບຕໍ່ຈັດຕັ້ງປະຕິບັດ ໃນສະໄໝທີ XII ຂອງພັກ. ມາຮອດເວລານີ້ຖືເປັນເວລາອັນມີສະຫງ່າລາສີ, ເປັນເວລາທີ່ມີຄວາມສຸກງອມ ແລະ ເປັນເວລາທີ່ພວກເຮົາໄດ້ມີຄວາມພ້ອມ ຢ່າງຮອບດ້ານແລ້ວ ເພື່ອກ້າວເຂົ້າສູ່ກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ກໍາລັງຈະໄຂຂຶ້ນ ຢ່າງ ເປັນທາງການ ໃນວັນທີ 06 ຫາວັນທີ08 ມັງກອນ 2026 ທີ່ຈະມາເຖິງນີ້. ໃນນາມຕາງໜ້າກອງເລຂາກອງປະຊຸມໃຫຍ່ ຂ້າພະເຈົ້າ ຂໍຮຽກຮ້ອງ ມາຍັງທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຈົ່ງພ້ອມກັນອອກແຮງ 3 ແຂ່ງຂັນກັນ ສ້າງຜົນງານຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ດ້ວຍຄວາມພາກພູມໃຈ ແລະ ເປັນຂະບວນຟົດຟື້ນ. ໃນໄລຍະດໍາເນີນກອງປະຊຸມໃຫຍ່ ຍັງຈະມີຂ່າວປະຈໍາວັນ ເພື່ອແຈ້ງໃຫ້ທົ່ວປວງຊົນລາວ ທັງຊາດ ໄດ້ຮັບຊາບຜົນຂອງການດໍາເນີນກອງປະຊຸມໃຫຍ່ ໃນແຕ່ລະວັນ ແລະ ພາຍຫຼັງສໍາ ເລັດການດໍາເນີນກອງປະຊຸມໃຫຍ່, ຂ້າພະເຈົ້າ ຍັງຈະລາຍງານຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງນີ້ໃຫ້ສໍານັກຂ່າວ ແລະ ທົ່ວປວງຊົນລາວທັງຊາດ ໄດ້ຮັບຊາບຢ່າງເປັນທາງການຕື່ມອີກ. ການຖະແຫຼງຂ່າວ ໃນໄລຍະກ່ອນການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ມາຮອດນີ້ ໄດ້ສິ້ນສຸດລົງ ຂໍອວຍພອນໃຫ້ບັນດານັກຂ່າວ, ສື່ມວນຊົນ ຈົ່ງມີສຸຂະພາບເຂັ້ມແຂງ ເຮັດສໍາເລັດໜ້າທີ່ຂອງຕົນ.

