ໂຄງ​ການ​ການ​ເມືອງ ກຳ​ນົດ 11 ນະ​ໂຍ​ບາຍ​ໃຫຍ່ ເພື່ອ​ໃຫ້​ບັນ​ລຸການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ

ໂຄງ​ການ​ການ​ເມືອງ ກຳ​ນົດ 11 ນະ​ໂຍ​ບາຍ​ໃຫຍ່ ເພື່ອ​ໃຫ້​ບັນ​ລຸການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ

ໂຄງ​ການ​ການ​ເມືອງ ​ຂອງ​ພັກ ໄດ້​ວາງ 11 ແຜນ​ນະ​ໂຍ​ບາຍໃຫຍ່ ເພື່ອເຮັດໃຫ້ຈຸດໝາຍ, ທິດທາງ ໃນການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ໄດ້ຮັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທໍາຕົວຈິງ.

ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ໄດ້​ລາຍ​ງານ 11ແຜນ​ງານ​ໃຫຍ່ ທີ່ນອນ​ຢູ່​ໃນ​ຮ່າງ​ໂຄງ​ການ​ການ​ເມືອງ ຕໍ່​ກອງ​ປະ​ຊຸມ​ໃຫຍ່ ຜູ້​ແທນ​ທົວ​ປະ​ເທດ ຂອງ​ພັກ ຄັ້ງ​ທີ XII ເຊິ່ງ​ໄດ້ໄຂ​ຂື້ນ ໃນຕອນ​ເຊົ້າ ມື້​ນີ້​ວ່າ: 

            ໜຶ່ງ, ພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ໃຫ້ເປັນລະບົບ, ທັນສະໄໝ, ປະກອບດ້ວຍຫຼາຍພາກສ່ວນເສດຖະກິດ, ຫຼາຍຮູບແບບກຳມະສິດ, ຫຼາຍຮູບການຈັດຕັ້ງຜະລິດທຸລະກິດ ແລະ ຫຼາຍຮູບການແຈກຢາຍ, ໃນນັ້ນ ພາກສ່ວນເສດຖະກິດລັດ ດຳລົງບົດບາດເປັນເຈົ້າພາທາງ, ພາກສ່ວນເສດຖະກິດອື່ນໆ ປະກອບເປັນກຳລັງແຮງ ຂອງພື້ນຖານເສດຖະກິດແຫ່ງຊາດ;

            ສອງ, ຫັນເປັນອຸດສາຫະກໍາ, ຫັນເປັນທັນສະໄໝ, ຫັນເປັນດີຈີຕອນ ບົນພື້ນຖານການຄົ້ນຄວ້າ, ນຳໃຊ້ວິທະຍາສາດ-ເຕັກໂນໂລຊີ, ເສີມຂະຫຍາຍທ່າແຮງໄດ້ປຽບ, ຄວາມສາມາດບົ່ມຊ້ອນ ຂອງປະເທດ. ນຳໃຊ້ເຕັກໂນໂລຊີດີຈີຕອນ ໃຫ້ກາຍເປັນໂອກາດ, ເປັນກຳລັງແຮງ ແລະ ເປັນພື້ນຖານໃຫ້ແກ່ການຊຸກຍູ້ຂະແໜງການຜະລິດ ແລະ ບໍລິການ ທີ່ເປັນປາຍແຫຼມ;

            ສາມ, ການປົກປັກຮັກສາ ແລະ ຟື້ນຟູສິ່ງແວດລ້ອມ, ຮັບມືກັບການປ່ຽນແປງດິນຟ້າອາກາດ. ຍຶດໝັ້ນທິດນຳຖືເອົາຄວາມກົມກຽວ ລະຫວ່າງ ການພັດທະນາເສດຖະກິດ, ສັງຄົມ ກັບການປົກປັກຮັກສາສິ່ງແວດລ້ອມຕາມທິດເສດຖະກິດສີຂຽວ,​ ເສດຖະ ກິດໝູນວຽນ ແລະ ຍືນຍົງ;

            ສີ່,  ພັດທະນາວັດທະນະທຳ-ສັງຄົມ,  ປະຕິບັດຢ່າງສະເໝີຕົ້ນສະເໝີປາຍແນວທາງປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ; ພັດທະນາສັງຄົມ ຕາມທິດສັງຄົມມີປະຊາທິປະໄຕ, ຍຸຕິທຳ, ສີວິໄລ; ສ້າງສັງຄົມສາມັກຄີເປັນປຶກແຜ່ນຂອງບັນດາເຜົ່າ; ການເຄົາລົບສິດ-ເສລີພາບ ຂອງປະຊາຊົນ; ການສ້າງຄວາມເປັນເອກະພາບ ລະຫວ່າງຊັ້ນຄົນ; ສືບຕໍ່ປະຕິບັດທິດນຳ ເອົາການສຶກສາໄປກ່ອນ ກ້າວໜຶ່ງ, ເອົາການພັດທະນາວິທະຍາສາດ-ເຕັກໂນໂລຊີ ເປັນຂໍກຸນແຈ ເຮັດໃຫ້ການສຶກສາມີຄຸນະພາບສູງຂຶ້ນ; ປະຕິບັດນະໂຍບາຍສາທາລະນະສຸກທົ່ວປວງຊົນ ໃຫ້ນັບມື້ທົ່ວເຖິງ ແລະ ມີຄຸນະພາບສູງ;

            ຫ້າ, ພັດທະນາຄົນລາວຢ່າງຮອບດ້ານ, ຕອບສະໜອງໄດ້ຄວາມຮຽກ ຮ້ອງຕ້ອງການ ຂອງການພັດທະນາປະເທດຊາດ ໃນໄລຍະໃໝ່. ພັດທະນາຄົນລາວໃຫ້ມີນໍ້າໃຈຮັກຊາດອັດດູດດື່ມ ຕິດພັນກັບການຮັກລະບອບໃໝ່, ມີຄວາມກະຕັນຍູຮູ້ບຸນຄຸນ ຕໍ່ບັນພະບູລຸດ ຂອງຊາດ, ສ້າງຄົນລາວ ໃຫ້ເປັນຄົນສັງຄົມນິຍົມ;

            ຫົກ, ສ້າງເຫງົ້າພະລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ທີ່ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ມີແບບແຜນທັນສະໄໝ ດ້ວຍການຍຶດໝັ້ນແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສ້າງຄວາມອາດສາມາດບົ່ມຊ້ອນ ໃນແຕ່ລະດ້ານ, ສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ພາຍໃຕ້ການນຳພາເດັດຂາດ, ໂດຍກົງ, ຮອບດ້ານ ຂອງພັກ.

            ເຈັດ, ຍຶດໝັ້ນແນວ​ທາງ​ການ​ຕ່າງ​ປະ​ເທດ ຂອງພັກ, ສ້າງເງື່ອນໄຂອຳນວຍໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ເປີດກວ້າງການພົວພັນກັບບັນດາປະເທດໃນພາກພື້ນ ແລະ ສາກົນ, ຖືສຳຄັນການຮ່ວມມືຮອບດ້ານກັບປະເທດໃກ້ຄຽງ, ເພື່ອນມິດຍຸດທະສາດ, ດຳເນີນການເຊື່ອມໂຍງ-ເຊື່ອມຈອດ ເຂົ້າກັບພາກພື້ນ ແລະ ສາກົນ ຢ່າງເປັນເຈົ້າການ ແລະ ເປັນເຈົ້າຕົນເອງຂະຫຍາຍການຮ່ວມມືແບບຫຼາຍທິດ, ຫຼາຍຝ່າຍ,​ ຫຼາຍຮູບແບບ, ຫຼາຍລະດັບ ທັງດ້ານພັກ, ດ້ານລັດ ແລະ ການທູດປະຊາຊົນ;

            ແປດ, ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຮັບປະກັນການກຳອຳນາດ ຂອງພັກ ໃຫ້ມີຄວາມໝັ້ນຄົງ. ສ້າງຄວາມໜັກ  ແໜ້ນດ້ານລະບົບແນວຄິດ-ທິດສະດີຂອງພັກ; ສ້າງອົງການຈັດ ຕັ້ງພັກແຕ່ລະຂັ້ນໃຫ້ເຂັ້ມແຂງ, ປັບປຸງແບບແຜນວິທີນຳພາ ແລະ ການເຄື່ອນໄຫວ ຂອງການຈັດຕັ້ງພັກ ຕາມກົດລະບຽບ ຂອງພັກ, ຮັບປະກັນລັກສະນະວິທະຍາສາດ ແລະ ປະຕິວັດ ຢ່າງໜັກແໜ້ນ; ຕໍ່ສູ້ຕ້ານການເສື່ອມຖອຍທາງດ້ານແນວຄິດ-ການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນດຳລົງຊີວິດ, ບັນດາປະກົດການ “ຫັນປ່ຽນດ້ວຍຕົນເອງ”, “ເສື່ອມຄຸນປ່ຽນທາດເອງ” ພາຍໃນພັກ. ສ້າງຖັນແຖວພະນັກງານ, ສະມາຊິກພັກ ໃຫ້ສົມຄູ່ກັບໜ້າທີ່ການເມືອງ; ຍົກສູງປະສິດທິພາບ ການຕິດຕາມ, ກວດກາ ການປະຕິບັດວິໄນ ຂອງພັກ, ກົດໝາຍ ຂອງລັດ ຢ່າງເຂັ້ມງວດ;

            ເກົ້າ, ສ້າງລັດປະຊາທິປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ, ສ້າງລັດທີ່ຖືລັດຖະທຳມະນູນ ແລະ ກົດໝາຍ ມີບົດບາດສູງສຸດ, ສ້າງລັດທີ່ຈັດຕັ້ງ ແລະ ເຄື່ອນໄຫວຕາມຫຼັກການອຳນາດລັດເອກະພາບ,​ ມີການແບ່ງງານ ຢ່າງຈະແຈ້ງ, ສ້າງລັດໃຫ້ມີຄວາມໂປ່ງໃສ, ມີຄວາມຮັບຜິດຊອບ ແລະ ເຮັດຫຼ້ອນພັນທະ ຕໍ່ພົນລະເມືອງທຸກຄົນ ແລະ ຮັບປະກັນໃຫ້ພົນລະເມືອງທຸກຄົນ ປະຕິບັດພັນທະຕໍ່ລັດ ຢ່າງຄົບຖ້ວນ;

            ສິບ, ເສີມຂະຫຍາຍມະຫາສາມັກຄີທົ່ວປວງຊົນ, ປະຕິບັດແນວທາງມະຫາສາມັກຄີທົ່ວປວງຊົນຢ່າງໜັກແໜ້ນ; ປ່ຽນແປງ ໃໝ່ແບບແຜນວິທີເຮັດວຽກກັບມະຫາຊົນ, ວິທີປຸກລະດົມຂົນ ຂວາຍມະຫາຊົນ; ສ້າງ ແລະ ແນະນຳອົງການຈັດຕັ້ງມະຫາຊົນ ໃຫ້ເຄື່ອນໄຫວຖືກຕ້ອງ ຕາມພາລະບົດບາດ, ໜ້າທີ່ ຂອງຕົນ;

            ສິບເອັດ, ເສີມຂະຫຍາຍ ສິດເປັນເຈົ້າ ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ.  ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ໂດຍເປີດໂອກາດໃຫ້ປະຊາຊົນ ໄດ້ເຂົ້າຮ່ວມໃນການສ້າງ ແລະ ບູລະນະແນວທາງ ຂອງພັກ ແລະ ກົດໝາຍ ຂອງລັດ ຕາມທິດທີ່ວ່າ: ໃຫ້ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຂົ້າຮ່ວມຈັດຕັ້ງປະຕິບັດ, ປະຊາຊົນຕິດຕາມ, ກວດກາ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດ ຢ່າງຊອບທຳ.

Related Articles

Leave a Reply