ມະຫາວິທະຍາໄລຊົນເຜົ່າກວາງຊີ ໜຶ່ງໃນເບົ້າຫຼໍ່ຫຼອມສະຕິປັນຍາ 

ມະຫາວິທະຍາໄລຊົນເຜົ່າກວາງຊີ ໜຶ່ງໃນເບົ້າຫຼໍ່ຫຼອມສະຕິປັນຍາ 

ມະຫາວິທະຍາໄລຊົນເຜົ່າກວາງຊີ ສ້າງຕັ້ງມາໄດ້ 70 ປີແລ້ວ.ນັບຕັ້ງແຕ່ການສ້າງຕັ້ງ, ໄດ້ຍຶດໝັ້ນຄໍາຂວັນຂອງ 

ມະຫາວິທະຍາໄລທີ່ວ່າ: “ຄຸນນະທຳສູງສົ່ງ, ຮຽນຮູ້ກວ້າງຂວາງ, ກົມກຽວແຕ່ແຕກຕ່າງ”, ຜ່ານການສິດສອນຕົວຈິງ ມະຫາວິທະຍາໄລໄດ້ສຸມໃສ່ການສຶກສາຊົນເຜົ່າ, ການພັດທະນາພາກພື້ນ ແລະ ການຮ່ວມມືສາກົນ,  ມຸ່ງໝັ້ນທີ່ຈະບໍາລຸງ 

ສ້າງບຸກຄະລາກອນທີ່ມີຄຸນນະທໍາຂອງຊາດ ແລະ ວິໄສທັດສາກົນ. 

 ໃນໂອກາດເປີດງານສ້າງຕັ້ງສະມາຄົມນັກສຶກສາ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປຈີນ ປະຈໍາ ສປປ ລາວ ໃນວັນທີ 24 ເມສາ 2026 · ທີ່ນະຄອນຫຼວງວຽງຈັນ  ທ່ານ ກ່າວ ຊິງຢຸຍ, ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລຊົນເຜົ່າກວາງຊີໄດ້ລາຍງານໂດຍຫຍໍ້ວ່າ: ປັດຈຸບັນ,ມະຫາວິທະຍາໄລໄດ້ສ້າງຕັ້ງຮູບແບບໃໝ່ ຂອງການພັດທະນາຮ່ວມກັນລະຫວ່າງ 3 ວິທະຍາເຂດຄື: ທະເລສາບຊຽງຊື, ທະເລສາບຊືຢວນ ແລະ ເມືອງອູໝິງ, ເຊິ່ງມີເນື້ອທີ່ 3,600 ໝູ່ (ປະມານ 2.4 ຕາລາງກິໂລແມັດ) ເຕັມໄປດ້ວຍບັນຍາກາດການຮຽນຮູ້ ແລະ ສະພາບແວດລ້ອມທີ່ໜ້າຢູ່. ມີຄູອາຈານ ແລະ ພະນັກງານຫຼາຍກວ່າ 2,500 ຄົນ, ມີ 26 ຄະນະວິຊາການຮຽນ,ມີນັກສຶກສາ 46,000 ຄົນ, ໃນດ້ານການສ້າງສາຂາວິຊາ, ມະຫາວິທະຍາໄລ ໄດ້ບັນລຸການກ້າວກະໂດດຄັ້ງປະຫວັດສາດ, ໂດຍມີ 3 ສາຂາວິຊາຫຼັກຄື: ວິສະວະກຳສາດ,  ເຄມີສາດ ແລະ ວິທະຍາສາດຄອມພິວເຕີ ໄດ້ຕິດອັນດັບ 1ຂອງໂລກໃນການຈັດອັນດັບ ESI, ເຊິ່ງເປັນສັນຍາລັກວ່າ ລະດັບການສ້າງສາຂາວິຊາ ຂອງມະຫາວິທະຍາໄລຂອງພວກເຮົາໄດ້ກ້າວເຂົ້າສູ່ການແຂ່ງຂັນລະດັບສາກົນຢ່າງເປັນທາງການ. ປັດຈຸບັນ, ມະຫາວິທະຍາໄລມີ 15 ສາຂາວິຊາປະລິນຍາຕີລະດັບຊາດ, 46 ສາຂາວິຊາປະລິນຍາໂທ, 5 ສາຂາວິຊາປະລິນຍາເອກລະດັບໜຶ່ງ, 1 ສາຂາວິຊາປະລິນຍາເອກຂ້າມສາຂາວິຊາລະດັບສອງ ແລະ 1 ສະຖານີຄົ້ນຄວ້າຫຼັງປະລິນຍາເອກ, ເຊິ່ງລະບົບສາຂາວິຊາແມ່ນຄົບຖ້ວນສົມບູນ. ໃນການຈັດອັນດັບ “Soft Science China University Ranking” ປີ 2025, ມະຫາວິທະຍາໄລໄດ້ກ້າວກະໂດດຂຶ້ນ 130 ອັນດັບ, ຕິດອັນດັບທີ 4 ໃນບັນດາມະຫາວິທະຍາໄລຊົນເຜົ່າທົ່ວປະເທດ, ແລະ ມີ 7 ສາຂາວິຊາທີ່ຕິດອັນດັບ 50 ທຳອິດຂອງປະເທດ. 

ຜົນສຳເລັດດ້ານການບຳລຸງສ້າງບຸກຄະລາກອນ ແລະ ການຄົ້ນຄວ້າວິທະຍາສາດແມ່ນອຸດົມສົມບູນ, ນັກສຶກສາ 

ພາຍໃນມະຫາວິທະຍາໄລໄດ້ຮັບລາງວັນຄໍາຫຼາຍຄັ້ງໃນການແຂ່ງຂັນ ລະດັບສູງສຸດທັງພາຍໃນ  ແລະ  ຕ່າງປະເທດ 

ເຊັ່ນ:ການແຂ່ງຂັນນະວັດຕະກຳນັກສຶກສາມະຫາວິທະຍາໄລສາກົນຈີນ.ມະຫາວິທະຍາໄລໄດ້ຮັບອະນຸຍາດໃຫ້ສະເໜີຊື່ນັກສຶກສາປະລິນຍາໂທທີ່ໄດ້ຮັບການຍົກເວັ້ນການສອບເສັງ, ຄຸນນະພາບຂອງນັກສຶກສາຈົບໃໝ່ໄດ້ຮັບການ ຍອມຮັບ 

ຢ່າງກວ້າງຂວາງ ແລະ ຈໍານວນນັກສຶກສາທີ່ໄດ້ຮັບການຄັດເລືອກເຂົ້າເຮັດວຽກແມ່ນຢູ່ໃນອັນດັບທໍາອິດຂອງ ມະຫາວິ 

ທະຍາໄລກວາງຊີຕິດຕໍ່ກັນ 8  ປີ.  ໃນດ້ານການຄົ້ນຄວ້າວິທະຍາສາດ, ພວກເຮົາໄດ້ຍຶດໝັ້ນການພັດທະນາຄຽງຄູ່ກັນ 

ລະຫວ່າງມະນຸດສາດ-ສັງຄົມສາດ ແລະ ວິທະຍາສາດ-ວິສະວະກຳສາດ, ໄດ້ຮັບຜິດຊອບໂຄງການລະດັບຊາດທັງໝົດ 190 ໂຄງການ, ທຶນຄົ້ນຄວ້າ ແລະ ພັດທະນາການປິ່ນປົວມະເຮັງຂອງທີມງານສາດສະດາຈານ ກວນອີຟູ ສູງເຖິງ 46 ລ້ານຢວນ, ເຊິ່ງເປັນການສ້າງສະຖິຕິໃໝ່ ໃນການຫັນປ່ຽນຜົນສໍາເລັດທາງວິທະຍາສາດ  ແລະ ເຕັກໂນໂລຊີດຽວ 

ໃນກວາງຊີ;  ນັກວິຊາການຂອງມະຫາວິທະຍາໄລຂອງພວກເຮົາກໍໄດ້ຮັບລາງວັນວັນນະກໍາສູງສຸດເຊັ່ນ: ລາງວັນວັນນະກໍາ”ມາວຕຸ້ນ”, ລາງວັນ “ມ້າດີເດັ່ນ” ວັນນະກໍາຊົນເຜົ່າສ່ວນໜ້ອຍທົ່ວປະເທດ, ເຊິ່ງໄດ້ສ້າງຜົນສໍາເລັດ 

ທີ່ບໍ່ເຄີຍມີມາກ່ອນໃນກວາງຊີ. ປັດຈຸບັນ, ພວກເຮົາກຳລັງເລັ່ງລັດການຄົ້ນຄວ້າ ແລະ ພັດທະນາແບບຈຳລອງ 

ພາສາຂະໜາດໃຫຍ່ສຳລັບພາສາຊົນເຜົ່າ ແລະ ພາສາທີ່ບໍ່ແມ່ນພາສາທົ່ວໄປໃນສາກົນຂອງອາຊຽນ, ເພື່ອນຳໃຊ້ປັນຍາ 

ຂອງມະຫາວິທະຍາໄລຊົນເຜົ່າກວາງຊີ ເຂົ້າໃນການພັດທະນາຈີນດິຈິຕອນ ແລະ ພາກພື້ນ. 

ໃນດ້ານການບໍລິການສັງຄົມ ແລະ ການເປີດກວ້າງການສຶກສາ, ມະຫາວິທະຍາໄລໄດ້ ເຊື່ອມໂຍງຢ່າງເລິກເຊິ່ງ ກັບຍຸດທະສາດແຫ່ງຊາດ, ໂດຍມີການສ້າງຕັ້ງສະຖາບັນກົດໝາຍຈີນ-ອາ ຊຽນ, ສະຖາບັນຄວາມໝັ້ນຄົງແຫ່ງຊາດ, ສະຖາບັນຊຸມຊົນຊາດຈີນ ແລະ ອື່ນໆ, ເຊິ່ງໄດ້ໃຫ້ການສະໜັບສະໜູນດ້ານບຸກ ຄະລາກອນ ແລະ ປັນຍາສຳລັບ 

ການພັດທະນາພາກພື້ນ ແລະ ຄວາມໝັ້ນຄົງແຫ່ງຊາດ. ມາຮອດປັດຈຸບັນ, ມະຫາວິທະຍາໄລກວາງຊີ ໄດ້ສ້າງ 

ຕັ້ງການຮ່ວມມືກັບ 202 ມະຫາວິທະຍາໄລ ແລະ ສະຖາບັນອີກ 26 ປະເທດ ແລະ ພາກພື້ນທົ່ວໂລກ, ໄດ້ກໍ່ສ້າງນັກ 

ສຶກສາຕ່າງປະເທດຫຼາຍກວ່າ 27,000 ຄົນຈາກ 87 ປະເທດ, ໄດ້ສົ່ງນັກສຶກສາເກືອບ 20,000 ຄົນໄປສຶກສາຕໍ່ຕ່າງ 

ປະເທດ ແລະ ມີນັກສຶກສາທີ່ລົງທະບຽນຢູ່ 3 ສະຖາບັນຂົງຈື້ຫຼາຍກວ່າ 300,000 ຄົນ, ເຊິ່ງມີບົດບາດສໍາຄັນ 

ຂຶ້ນເລື້ອຍໆໃນການຮ່ວມມືດ້ານການສຶກສາຈີນ-ອາຊຽນ. 

  ທ່ານ ກ່າວ ຊິງຢຸຍ ກ່າວຕື່ມວ່າ: ການສ້າງຕັ້ງສະມາຄົມນັກສຶກສາ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ປະຈໍາ ສປປ ລາວ ໃນເທື່ອນີ້ ແມ່ນສອດຄ່ອງກັບນະໂຍບາຍການພັດທະນາ ຂອງມະຫາວິທະຍາໄລ, ເຊື່ອມໂຍງກັບການເປີດ 

ກວ້າງຂອງກວາງຊີ ແລະ ກ້າວໄປພ້ອມກັບການຮ່ວມມືແບບມິດຕະພາບລະຫວ່າງຈີນ-ລາວ. ປີນີ້ແມ່ນຄົບຮອບ 65 ປີຂອງການສ້າງຕັ້ງສາຍພົວພັນການທູດລະຫວ່າງຈີນ-ລາວ. ຕະຫຼອດ 65 ປີທີ່ຜ່ານມາ, ສາຍພົວພັນຈີນ-ລາວ  ໄດ້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ, ຈາກເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ ໄປສູ່ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ ແລະ ຈາກນັ້ນກໍຮ່ວມກັນສ້າງຄູ່ຮ່ວມຊາຕາກໍາຈີນ-ລາວ,ມິດຕະພາບລະຫວ່າງສອງປະເທດໄດ້ຮັບການຍົກລະດັບຂຶ້ນ ຢ່າງຕໍ່ເນື່ອງ. ເຊິ່ງເປັນກຳລັງອັນລ້ຳຄ່າ ທີ່ບໍ່ສາມາດທົດແທນໄດ້ໃນການສົ່ງເສີມການຮ່ວມມືແບບມິດຕະພາບລະຫວ່າງຈີນ-ລາວ. ມື້ນີ້, ການສ້າງຕັ້ງສະມາຄົມນັກສຶກສາ,ເປັນຈຸດເລີ່ມຕົ້ນໃໝ່ໃນການລວມກຳລັງຂອງສິດເກົ່າ,ເຊື່ອມໂຍງຊັບ ພະຍາກອນຂອງມະຫາວິທະຍາໄລ ແລະ ທ້ອງຖິ່ນ ແລະ ຊ່ວຍເຫຼືອມິດຕະພາບຈີນ-ລາວ, ເຊິ່ງເປັນມາດຕະການ 

ສຳຄັນຂອງມະຫາວິທະຍາໄລໃນການຂະຫຍາຍການບໍລິການ ແລະ ໃຫ້ຄວາມອົບອຸ່ນແກ່ສິດເກົ່າຢູ່ຕ່າງປະເທດ. 

ເຂົ້າຮ່ວມຢ່າງຕັ້ງໜ້າ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງລາວທັງເປັນຂົວຕໍ່ຂອງການແລກປ່ຽນວັດ 

ທະນະທຳ.ການເຕີບໃຫຍ່ ຢ່າງມີຜົນສຳເລັດ.  

 ໂດຍ: ວັນໄຊ ຕະວິນຍານ 

Related Articles

Leave a Reply