ອົງການປົກຄອງເມືອງຊໍາເໜືອ ແຂວງຫົວພັນ ໄດ້ເປີດງານນິທັດສະການທ່ຽວຊົມດອກຄາຍປ່າ ປະຈໍາປີ 2026 ໃນມື້ວານນີ້ ຢູ່ທີ່ສວນສາທາລະນະຫົວພັນ-ແທັງຮວ່າ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ເພື່ອເປັນການອະນຸລັກຮັກສາດອກຄາຍປ່າ ໂດຍມີ 3 ກິດຈະກໍາຄື: ການປະກວດນາງສາວດອກຄາຍປ່າ, ງານວາງສະແດງສິນຄ້າໂອດັອບ, ງານນິທັດສະການດອກຄາຍປ່າ ຢູ່ສວນສາທາລະນະຫົວພັນ-ກວາງນິງ.
ທ່ານ ນ ຄໍາພອນ ສົມບູນ ຮອງປະທານຄະນະກຳມະການປົກຄອງເມືອງຊໍາເໜືອ ໄດ້ກ່າວວ່າ: ເມືອງຊໍາເໜືອມີທີ່ຕັ້ງພູມສັນຖານພູດອຍທີ່ມີອາກາດໜາວເຢັນ, ມີຄວາມອຸດົມສົມບູນທາງດ້ານທຳມະຊາດ, ມີພູຜາປ່າໄມ້ຂຽວງາມຕະຫຼອດປີ. ນັບແຕ່ປີ 2021ເປັນຕົ້ນມາ, ແຂວງຫົວພັນໄດ້ຈັດງານນິທັດສະການ ຊົມດອກຄາຍປ່າ, ເຫັນໄດ້ວ່າດອກຄາຍປ່າໄດ້ກາຍເປັນທີ່ຈົດຈໍາຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ກາຍເປັນເອກະລັກ ຂອງເມືອງໜາວ ກໍຄືເມືອງຊໍາເໜືອ ແຂວງຫົວພັນ.
ທ່ານ ນ ຄໍາພອນ ໄດ້ກ່າວຕື່ມວ່າ: ເມື່ອເຫັນໄດ້ທ່າແຮງ ແລະ ຄວາມສໍາຄັນດັ່ງກ່າວ, ຮອດປີ 2022 ພະແນກ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫົວພັນໄດ້ສະເໜີ ການນໍາແຂວງ ແລະ ສະພາປະຊາຊົນແຂວງຮັບຮອງເອົາດອກຄາຍປ່າເປັນເອກະລັກຂອງແຂວງຫົວພັນ. ດອກຄາຍປ່າ ພົບເຫັນຫຼາຍ ກ່ວາໝູ່ແມ່ນຢູ່ເມືອງຊໍາເໜືອ, ເມືອງວຽງໄຊ ແລະ ເມືອງຫົວເມືອງຕາມເສັ້ນທາງເຂົ້າໄປສວນອຸທິຍານຫີນຕັ້ງ, ໃນແຕ່ລະປີດອກຄາຍປ່າຈະອອກດອກເບັ່ງບານສວຍງາມທີ່ສຸດໃນລະຫວ່າງທ້າຍເດືອນ ທັນວາ ຫາຕົ້ນເດືອນ ມັງກອນ ຂອງທຸກໆປີ.
ທີ່ມາ: ແຂວງຫົວພັນ

