ເຈົ້ານະຄອນ ຫຼວງພະບາງ ແຂວງ ຫຼວງພະບາງ ອອກແຈ້ງການເມື່ອມໍ່ໆມານີ້ ເຖິງທຸກພາກສ່ວນຢູ່ນະຄອນ ຫຼວງພະບາງ ຫ້າມຖິ້ມຂີ້ເຫຍື້ອຊະຊາຍເຊັ່ນ: ສິ່ງເສດເຫຼືອຕ່າງໆ ຕາມສະຖານທີ່ສາທາລະນະ, ສິ່ງເສດເຫຼືອອອກຈາກລົດ-ເຮືອ ລົງສູ່ແມ່ນໍ້າ, ຮ່ອງນໍ້າ ແລະ ສະຖານທີ່ຕ່າງໆ ພາຍໃນເທດສະບານ ນະຄອນ ຫຼວງພະບາງ ຖ້າຫາກມີການລະເມີດຄັ້ງທີ່ 1 ຈະຖືກສຶກສາອົບຮົມ, ເຮັດບົດບັນທຶກ, ປັບໃໝ 300,000 ກີບ, ພ້ອມທັງອະນາໄມຄືນ ແລະ ໃຊ້ແທນຄ່າສິ້ນເປືອງຕ່າງໆ ຂອງເຈົ້າໜ້າທີ່ຮັບຜິດຊອບ; ຖ້າຫາກມີການລະເມີດຄັ້ງທີ່ 2 ຈະຖືກປັບໃໝ 1,000,000 ກີບ ພ້ອມທັງອະນາໄມຄືນ ແລະ ໃຊ້ແທນຄ່າສິ້ນເປືອງຕ່າງໆ ຂອງເຈົ້າໜ້າທີ່ຮັບຜິດຊອບ; ຖ້າຫາກກະທໍາຜິດຊໍ້າໂດຍເຈດຕະນາ ຫຼື ບໍ່ເຈດຕະນາ ເປັນຄັ້ງທີ່ 3 ຈະຖືກປັບໃໝ 5 ຫຼື 10 ເທົ່າຂອງຄັ້ງທີ 2 ພ້ອມທັງອະນາໄມຄືນ ແລະ ໃຊ້ແທນຄ່າສິ້ນເປືອງຕ່າງໆ ຂອງເຈົ້າໜ້າທີ່ຮັບຜິດຊອບ ແລະ ແຈ້ງການກະທໍາຜິດຂອງຜູ້ລະເມີດຕໍ່ກົງສູນ ຫຼື ກົມກອງຜູ້ກ່ຽວ ແລະ ມອບໃຫ້ເຈົ້າໜ້າທີ່ດຳເນີນຕາມລະບຽບກົດໝາຍ.
ຖ້າການກະທໍາຜິດຂອງບຸກຄົນ, ນັກທ່ອງທ່ຽວ, ລູກທົວ ທີ່ຂຶ້ນກັບການຄຸ້ມຄອງຂອງບໍລິສັດນຳທ່ຽວ, ລົດຕູ້ນຳທ່ຽວ, ເຮືອນຳທ່ຽວ, ຜູ້ປະກອບການດ້ານທ່ອງທ່ຽວ ແລະ ພະນັກງານນຳທ່ຽວ (ໄກ້ນຳທ່ຽວ) ຜູ້ໃດພາກສ່ວນດັ່ງກ່າວກໍ່ຈະຖືກປະຕິບັດຕາມລະບຽບການ ແລະ ກົດໝາຍຢ່າງເຂັ້ມງວດ; ກໍລະນີມີການລະເມີດທີ່ຮ້າຍແຮງ ຫຼື ສ້າງຄວາມເສຍຫາຍຫຼາຍແມ່ນຈະຖືກໂຈະ ຫຼື ຖອນໃບດຳເນີນທຸລະກິດຕາມລະບຽບການ.

