ພົບສົບຜູ້ເສຍຊີວິດໄຫຼນ້ຳມາ ເປັນເພດຊາຍ ສັນຊາດອັງກິດ

ພົບສົບຜູ້ເສຍຊີວິດໄຫຼນ້ຳມາ ເປັນເພດຊາຍ ສັນຊາດອັງກິດ

ເວລາປະມານ 10:36 ໂມງ ຂອງມື້ວານນີ້, ປະຊາຊົນໄດ້ພົບເຫັນຄົນເສຍຊີວິດໄຫຼນ້ຳມາຄ້າງຢູ່ບໍລິເວນບ້ານດອນເດດ ເມືອງໂຂງ ແຂວງຈໍາປາສັກ.

ຕາມການລາຍງານເບື້ອງຕົ້ນລະບຸວ່າ: ສົບທີ່ເສຍຊີວິດນັ້ນ ແມ່ນເປັນເພດຊາຍ ສັນຊາດອັງກິດ ອາຍຸ ປະມານ 50 ປີ ເສຍຊີວິດໃນທ່າເປືອຍກາຍ

ປັດຈຸບັນ, ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງຈໍາປາສັກໄດ້ມ້ຽນຄາບສົບແລ້ວນຳສົ່ງໂຮງໝໍແຂວງຈຳປາສັກ (ໂຮງເຢັນ) ເພື່ອລໍຖ້າຍາດມາຮັບສົບ.

ທີ່ມາ: ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງຈໍາປາສັກ

Related Articles

Leave a Reply