ງານເທດສະການອາຫານລາວປະຈຳປີ 2026 ພາຍໃຕ້ຄຳຂວັນ: ສໍາຜັດຄວາມເປັນລາວ ຜ່ານລົດຊາດອາຫານລາວ (Discover Lao Through Its Taste) ໂດຍຈະມີຮ້ານອາຫານກວ່າ 180 ຮ້ານ ຊຶ່ງປະກອບມີອາຫານລາວພື້ນບ້ານ, ອາຫານລາວປະຍຸກ ແລະ ອາຫານນານາຊາດ ຈະຈັດຂຶ້ນໃນລະຫວ່າງວັນທີ 26-30 ມັງກອນ 2026 ທີ່ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ.
ພາຍໃນງານ ຍັງມີກິດຈະກໍາທາງວັດທະນະທໍາຫຼາກຫຼາຍ ເຊັ່ນ: ການຈໍາລອງເຮືອນຄົວລາວບູຮານ, “ແຂວງແຫ່ງສະເໜ່” ໂດຍສະມາຄົມນັກທຸລະກິດແມ່ຍິງແຂວງສະຫວັນນະເຂດ, ການນໍາຜະລິດຕະພັນຊີ້ນໝູແປຮູບຈາກເມືອງປາກຊັນ ແຂວງບໍລິຄໍາໄຊ ມາຈໍາໜ່າຍ, ການສະແດງສິລະປະ, ການເດີນແບບຊຸດລາວ, ແລະ ອື່ນໆ ອີກ.
ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ ທັງເປັນປະທານຄະນະກໍາມະການຈັດງານເທດສະການອາຫານລາວ 2026 ໄດ້ກ່າວໃນງານຖະແຫຼງຂ່າວງານເທດສະການອາຫານລາວ ໃນວັນທີ 14 ມັງກອນ 2025 ນີ້ ທີ່ນະຄອນຫຼວງວຽງຈັນ ວ່າ: ຈຸດປະສົງຈັດງານຄັ້ງນີ້ ແມ່ນເປັນການໂຄສະນາ ແລະ ສົ່ງເສີມວັດທະນະທໍາດ້ານອາຫານລາວ ໃຫ້ເຊື່ອມສານກັບວິຖີຊີວິດຂອງປະຊາຄົມອາຊຽນ ໃນໂອກາດ ທີ່ສະມາຄົມນັກທຸລະກິດແມ່ຍິງລາວ ໄດ້ເປັນປະທານເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ (AWEN Laos) ປະຈໍາປີ 2026-2027, ພ້ອມນັ້ນ ຍັງເປັນການສືບຕໍ່ອະນຸລັກ ແລະ ສົ່ງເສີມອາຫານລາວທີ່ເປັນເອກະລັກ ໂດຍສະເພາະອາຫານປະເພດ “ລາບລາວ” ເນື່ອງຈາກໃນປີ 2025 ຜ່ານມາ ສະມາຄົມນັກທຸລະກິດແມ່ຍິງ ໄດ້ເປັນເຈົ້າການສະເໜີຂໍລາບລາວ ເພື່ອຂຶ້ນທະບຽນເປັນມໍລະດົກໂລກດ້ານອາຫານ ຜ່ານກະຊວງຂະແໜງການທີ່ກ່ຽວຂ້ອງ.
ນອກຈາກນັ້ນ, ງານຄັ້ງນີ້ ຍັງເປັນເວທີໃຫ້ຜູ້ປະກອບການຂະໜາດນ້ອຍ ແລະ ຂະໜາດກາງ ໄດ້ນໍາສະເໜີ ໂຄສະນາ ແລະ ຈໍາໜ່າຍຜະລິດຕະພັນດ້ານອາຫານ ເພື່ອຊ່ວຍລະບາຍສິນຄ້າທີ່ລົ້ນຕະຫຼາດ ກະຕຸ້ນເສດຖະກິດພາຍໃນ ແລະ ສ້າງຄວາມເຊື່ອໝັ້ນໃຫ້ຜູ້ບໍລິໂພກວ່າ ອາຫານລາວມີຄວາມສະອາດ ແລະ ປອດໄພ.

