ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງ ປະເທດຫວຽດນາມ

ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງ ປະເທດຫວຽດນາມ

ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການ ສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເຊິ່ງໃນວັນທີ 14 ມັງກອນ 2026 ຜ່ານມານີ້ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມ້ງ ເກືອງ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນ ທາງມາເຮັດວຽກຢູ່ ສປປ ລາວ. 

ໂອກາດດັ່ງກ່າວ, ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ຕີລາຄາສູງຕໍ່ການມາ ເຄື່ອນໄຫວ ເຮັດວຽກຂອງ ສະຫາຍ ຫງວຽນ ແມ້ງ ເກືອງ ພ້ອມດ້ວຍຄະນະ ໃນຄັ້ງນີ້, ພ້ອມທັງສະແດງຄວາມປິຕິຊົມຊື່ນ ແລະ ຂອບໃຈເປັນຢ່າງຍິ່ງ ຕໍ່ຄໍາຊົມເຊີຍຈາກບັນດາສະຫາຍ ການນໍາຂັ້ນສູງຂອງ ສສ ຫວຽດນາມ ໂດຍສະເພາະແມ່ນຄຳຢື້ຢາມຖາມຂ່າວອັນອົບອຸ່ນ ທີ່ເຕັມໄປດ້ວຍນໍ້າໃຈໄມຕີຈິດ ຄວາມຮັກແພງຂອງ ສະຫາຍຜູ້ປະຈໍາການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພາຍຫຼັງທີ່ໄດ້ຮັບການມອບໝາຍໜ້າທີ່ໃໝ່ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII. ພ້ອມນັ້ນ, ກໍໄດ້ແຈ້ງໃຫ້ຊາບໂດຍຫຍໍ້ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”, ເນັ້ນໜັກວ່າ ກອງປະຊຸມໃຫຍ່ຄັ້ງນີ້ ເປັນເຫດການປະຫວັດສາດທາງດ້ານການເມືອງ-ສັງຄົມ ອັນສໍາຄັນຍິ່ງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເປັນຂີດໝາຍບາດກ້າວພັດທະນາໃໝ່ ຂອງພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ. ຕີລາຄາສູງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເຮັດໃຫ້ການພົວພັນລາວ-ຫວຽດນາມ ເລິກເຊິ່ງຂຶ້ນສູ່ລະດັບໃໝ່ກວ່າເກົ່າ, ການພົວພັນທາງດ້ານການເມືອງມີຄວາມສະໜິດແໜ້ນ ແລະ ໄວ້ວາງໃຈກັນໃນລະດັບສູງ ສະແດງອອກຜົນສໍາເລັດຂອງ ການແລກປ່ຽນຄະນະຜູ້ແທນຂັ້ນສູງ ພັກ, ລັດ ສອງປະເທດ ໃນໄລຍະຜ່ານມາ ແລະ ການພົວພັນຮ່ວມມືໃນຂົງເຂດຕ່າງໆນັບມື້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ; ຢືນຢັນວ່າ ເຖິງສະພາບການສາກົນ, ພາກພື້ນ ຈະຜັນແປໄປແນວໃດກໍຕາມ ແຕ່ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ຈະສືບຕໍ່ຮ່ວມກັບ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບແຕກອອກອອກຜົນ, ຂຽວສົດງົດງາມ ແລະ ໝັ້ນຄົງຂະນົງແກ່ນຊົ່ວກາລະນານ ໂດຍສະເພາະ ໃນຕໍ່ໜ້ານີ້ ຈະໄດ້ຮ່ວມກັນຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂັ້ນສູງຂອງສອງພັກ, ສອງລັດ ໃຫ້ເປັນຮູບປະທໍາ ແລະ ປະກົດຜົນເປັນຈິງຂຶ້ນເລື້ອຍໆ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ.

ສະຫາຍ ຫງວຽນ ແມ້ງເກື່ອງ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ. ພ້ອມທັງຊົມເຊີຍ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ທີ່ໄດ້ເລືອກຕັ້ງເປັນ ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ນໍາເອົາຄວາມຢື້ຢາມຖາມຂ່າວ, ຄໍາຊົມເຊີຍຈາກ ສະຫາຍ ເຈີນ ເກີ້ມ ຕູ້ ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ມາຍັງ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ. ສະຫາຍ ຫງວຽນ ແມ້ງ ເກືອງ ຍັງໄດ້ລາຍງານກ່ຽວກັບ ການພົບປະເຮັດວຽກກັບຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພາກ ສ່ວນກ່ຽວຂ້ອງຂອງລາວ ຊຶ່ງສອງຝ່າຍໄດ້ປຶກສາຫາລືຫຼາຍບັນຫາສໍາຄັນ ເພື່ອປະສານສົມທົບກັນໃນການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນໍາຂັ້ນສູງ ພັກ, ລັດ ໂດຍສະເພາະກະກຽມໃຫ້ແກ່ການເຄື່ອນໄຫວຢ້ຽມຢາມຂອງການນໍາຂັ້ນສູງໃນຕໍ່ໜ້າ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ. ພ້ອມກັນນັ້ນ, ກໍແຈ້ງໃຫ້ຊາບກ່ຽວກັບວຽກງານກະກຽມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ, ຄາດວ່າຈະໄດ້ໄຂຂຶ້ນໃນວັນທີ 19-25 ມັງກອນ 2026 ຊຶ່ງມາເຖິງປັດຈຸບັນ ວຽກງານກະກຽມດ້ານຕ່າງໆ ແມ່ນມີຄວາມພ້ອມໃນການໄຂກອງປະຊຸມ.

ໃນວັນດຽວກັນ, ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກໍໄດ້ພົບປະກັບ ສະຫາຍ ຫງວຽນ ແມ້ງ ເກືອງ ພ້ອມດ້ວຍຄະນະ ແລະ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງ, ອົງການກ່ຽວຂ້ອງຂອງລາວ ພົບປະເຮັດວຽກກັບຄະນະດັ່ງກ່າວ ເພື່ອປຶກສາຫາລືກ່ຽວກັບການຈັດຈັ້ງຜັນຂະຫຍາຍ ຂໍ້ຕົກລົງຂອງການນໍາຂັ້ນສູງ ພັກ, ລັດ ລາວ-ຫວຽດນາມ ກໍຄື ຂໍ້ຕົກລົງການຮ່ວມມື ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະພັກ ກະຊວງການຕ່າງປະເທດຫວຽດນາມ ໃນຕໍ່ໜ້າ.

Related Articles

Leave a Reply