ທີມຊາດລາວ ຢູ່ກຸ່ມ B ບານເຕະຊີງແຊ້ມອາຊຽນ 2026

ທີມຊາດລາວ ຢູ່ກຸ່ມ B ບານເຕະຊີງແຊ້ມອາຊຽນ 2026

ການແຂ່ງຂັນ ບານເຕະຊີງແຊ້ມອາຊຽນ 2026 (ASEAN Hyundai Cup 2026) ຈະເລີ່ມການແຂ່ງຂັນໃນລະຫວ່າງວັນທີ 24 ກໍລະກົດ ຫາ 26 ສິງຫາ, ໂດຍທີມບານເຕະຊາຍ ທີມຊາດລາວ ໄດ້ຖືກຈັດຢູ່ໃນກຸ່ມ B ຮ່ວມກັບ ທີມຊາດໄທ, ມາເລເຊຍ, ຟີລິບປິນ ແລະ ມຽນມາ, ສ່ວນກຸ່ມ A ປະກອບມີ ທີມຊາດຫວຽດນາມ, ສິງກະໂປ, ອິນໂດເນເຊຍ, ກຳປູເຈຍ ແລະ ທີມຊະນະຈາກຮອບຄັດເລືອກ (ລະຫວ່າງ ບຣູໄນ ຫຼື ຕີມໍ-ເລສເຕ).

ສຳລັບ ຮູບແບບການແຂ່ງຂັນ ບານເຕະຊີງແຊ້ມອາຊຽນ 2026 ໃນຮອບແບ່ງກຸ່ມ ແຕ່ລະທີມຈະໄດ້ແຂ່ງຂັນທັງໝົດ 4 ນັດ ໂດຍແບ່ງອອກ 2 ນັດຈັດການແຂ່ງຂັນໃນປະເທດຕົນເອງ ແລະ ອີກ 2 ນັດຕ້ອງໄປແຂ່ງຢູ່ນອກບ້ານ. ການແຂ່ງຂັນແມ່ນພົບກັນໝົດຮອບດຽວ ແລ້ວເອົາແຕ່ອັນດັບ 1 ແລະ ອັນດັບ 2 ຂອງກຸ່ມ ເພື່ອເຂົ້າຮອບ 4 ທີມສຸດທ້າຍ ຊຶ່ງໃນຮອບ 4 ທີມສຸດທ້າຍ ແຕ່ລະທີມຈະໄດ້ເຕະແບບ ເຍົ້າ-ເຍືອນ ຈົນໄປຮອດຮອບຊີງຊະເລີດ.

ປີນີ້ ຖືເປັນປີທຳອິດ ທີ່ກຸ່ມບໍລິສັດ Hyundai Motor ໄດ້ກາຍເປັນຜູ້ສະໜັບສະໜູນຫຼັກໃຫ້ແກ່ AFF ພາຍຫຼັງທີ່ໄດ້ຕົກລົງເຊັນສັນຍາຜູ້ສະໜັບສະໜູນຫຼັກຢ່າງເປັນທາງການ ໃນປີ 2025 ຜ່ານມາ ໂດຍກໍານົດສັນຍາປະຈຸບັນຮອດປີ 2028.

ທີ່ມາ: ສຕລ

Related Articles

Leave a Reply