ພິທີ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາ, ສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະ ຮັກສາສ້ອມແປງທາງຫຼວງແຫ່ງຊາດ ເລກທີ 1D (ເລີ່ມແຕ່ຂົວນໍ້າແຊ່ໜອນ ຫາ ຂົວນໍ້າໝາງ) ລະຫວ່າງ ແຂວງໄຊສົມບູນ ຕາງໜ້າໂດຍ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ແລະ ບໍລິສັດ ພີເອັດສ ແອວ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນ 2026 ຜ່ານມານີ້, ທີ່ຫ້ອງ ປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ, ທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກໍາມະການປົກຄອງແຂວງ ແລະ ພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ຄຳຫຼ້າ ວົງລໍຄຳ ຫົວໜ້າຂະແໜງຂົວທາງ ແລະ ທາງນໍ້າ ພະແນກ ຍທຂ ແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງປະທານຄະນະກໍາມະການປົກຄອງແຂວງ ວ່າດ້ວຍການອະນຸມັດເຊັນບົດບັນທຶກຄວາມເຂົ້າໃຈ ຂອງໂຄງການດັ່ງກ່າວ ເພື່ອສຶກສາສຳຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະຮັກສາສ້ອມແປງ ເສັ້ນທາງຫຼວງແຫ່ງຊາດ ເລກທີ 1D ເລີ່ມແຕ່ຂົວນໍ້າແຊ່ໜອນ ບ້ານຊຽງຄົງ (ເຂດແດນແຂວງຊຽງຂວາງ) ຫາ ຂົວນໍ້າໝາງ ບ້ານວັງໄຮ (ເຂດແດນແຂວງບໍລິຄຳໄຊ) ເມືອງທ່າໂທມ ແຂວງໄຊສົມບູນ (ກມ 66+000 ຫາ ກມ 145+000) ມີລວງຍາວ 79 ກິໂລແມັດ ໃນຮູບແບບປະສົມປະສານ ລະຫວ່າງ ສັນຍາທີ່ຈັດຕັ້ງປະຕິບັດ ແລະ ມອບເໝົາ ແລະ ເກັບຄ່າຜ່ານ ທາງຕາມເສັ້ນທາງສາທາລະນະ. ຈາກນັ້ນ, ກໍໄດ້ລົງນາມເຊັນບົດບັນທຶກຄວາມ ເຂົ້າໃຈ ຢ່າງເປັນທາງການ ຊຶ່ງຕາງໜ້າໃຫ້ອົງການປົກຄອງ ແຂວງໄຊສົມບູນ ໂດຍ ທ່ານ ໄຊສົມພັນ ລີເຕັ່ງ ເບຼຍຈື່ ຫົວໜ້າພະແນກ ຍທຂ ແຂວງ, ທ່ານ ໄຊຍະວົງ ຈິດຕະວົງ ຫົວໜ້າພະແນກການເງິນ ແຂວງ ແລະ ທ່ານ ນາງ ເທບພະລັກ ຄໍາວິສອນ ອໍານວຍການບໍລິສັດ ພີເອັດສແອວ, ທ່ານ ນາງ ສອນດາລາ ເມືອງຈະເລີນ ຮອງອໍານວຍການ ບໍລິສັດ ພີເອັດສແອວ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ.

