ກອງທັບລາວອິດສະຫຼະ ໄດ້ຮັບການປະກາດສ້າງຕັ້ງຂຶ້ນ ເຊິ່ງເປັນຕົ້ນກຳເນີດຂອງ ກອງທັບປະຊາຊົນລາວໃນປັດຈຸບັນ ໄດ້ລຸກຮື້ຂຶ້ນຕໍ່ສູ້ຕ້ານການຮຸກຮານ ຢ່າງເປັນຂະບວນໃນທົ່ວປະເທດ ໃນວັນທີ 20 ມັງກອນ 1949 ໂດຍແມ່ນປະທານໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳ ບັນຊາໂດຍກົງ. ນັບແຕ່ກອງທັບ ໄດ້ຮັບການສ້າງຕັ້ງຂຶ້ນ ກໍໄດ້ຮັບພາລະອັນໜັກໜ່ວງ ຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານ ທັງແບບເກົ່າ ແລະ ໃໝ່ ທີ່ມີອາວຸດ, ພາຫະນະສົງຄາມ ແລະ ກຳລັງພົນທີ່ເໜືອກວ່າ.
ສະຫາຍ ພົນຈັດຕະວາ ສຸດໃຈ ມະຫາວົງ ກຳມະການພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ ໄດ້ໃຫ້ສໍາພາດກ່ຽວກັບການ ກະກຽມສ້າງຂະບວນການ ແລະ ວຽກງານດ້ານຕ່າງໆເພື່ອ ຂໍ່ານັບຮັບຕ້ອນວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026) ທີ່ຈະມາເຖິງໃນມໍ່ໆນີ້ ວ່າ: ເມື່ອຫວນຄືນເຖິງປະຫວັດມູນເຊື້ອວິລະກຳອັນລ້ຳເລີດຂອງການສ້າງຕັ້ງກອງທັບ ປະຊາຊົນລາວ ໄດ້ກຳເນີດຂຶ້ນທ່າມກາງປະເທດຊາດ ຖືກຈັກກະພັດຕ່າງດ້າວເຂົ້າມາຮຸກຮານ ແລະ ຄອບຄອງ. ໂດຍພາຍ ໃຕ້ການນໍາພາຂອງພັກ, ປະຊາຊົນລາວບັນດາເຜົ່າ ໄດ້ລຸກຮືຂຶ້ນຕໍ່ສູ້ຕ້ານການຮຸກຮານ ຢ່າງເປັນຂະບວນໃນທົ່ວປະເທດ ໃນວັນທີ 20 ມັງກອນ 1949, ແຕ່ເພື່ອປົກປັກຮັກສາປະເທດຊາດ ດ້ວຍນໍ້າໃຈຮັກຊາດອັນເດັດດ່ຽວໜຽວແໜ້ນ ຕໍ່ສູ້ບໍ່ຍອມຈຳນົນ, ກອງ ທັບໄດ້ຮ່ວມກັບປະຊາຊົນລາວບັນດາເຜົ່າ ສືບຕໍ່ດໍາເນີນການຕໍ່ສູ້ຢ່າງອົງອາດກ້າຫານ ຍິ່ງຕີຍິ່ງໄດ້ຮັບໄຊຊະນະ ຍິ່ງດີຍິ່ງເຕີບໃຫຍ່ເຂັ້ມແຂງ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສ້າງຕັ້ງລະບອບໃໝ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ກໍາລັງປ້ອງກັນຊາດ ໄດ້ສືບຕໍ່ກາຍເປັນກຳລັງຫຼັກແຫຼ່ງ ຕົ້ນຕໍໃນການຈັດຕັ້ງປະຕິບັດແນວທາງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ, ຕິດພັນກັບການກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະ ບົດຮອບດ້ານຂອງ ພັກ, ຮັກສາ ແລະ ເສີມຂະຫຍາຍມູນເຊື້ອ ແລະ ທາດແທ້ອັນດີງາມຂອງກອງທັບ, ຂອງການປະຕິວັດ, ມູນເຊື້ອອັນດີງາມຂອງຊາດ ແລະ ອື່ນໆ.
ແຫຼ່ງຂໍ້ມູນຂ່າວ: ຄຳໄຕ ຈັນນະຄອນ

