ອີງຕາມເວັບໄຊ ຂອງກະຊວງການຕ່າງປະເທດແຫ່ງສປປ ລາວໄດ້ອອກແຈ້ງການ ໃນມື້ນີ້ ວ່າ: ສະຫະລັດ ອາເມຣິກາໄດ້ປະຕິບັດມາດຕະການ ໂຈະການອອກວີຊາ ເຂົ້າເມືອງທຸກປະເພດຂອງສະຫະລັດ ອາເມຣິກາ ຕໍ່ 75 ປະເທດ ລວມທັງ ສປປ ລາວ ໂດຍໄດ້ມີຜົນບັງຄັບໃຊ້ແລ້ວນັບແຕ່ມື້ນີ້ ຫຼື ແຕ່ວັນທີ 21 ມັງກອນ 2026 ເປັນຕົ້ນໄປ.
ດັ່ງນັ້ນ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈຶ່ງແຈ້ງມາຍັງປະຊາຊົນລາວບັນດາເຜົ່າ ເພື່ອຊາບ ແລະ ພິຈາລະນາຫຼີກລ່ຽງການຍື່ນຄໍາຮ້ອງຂໍວີຊາ ເພື່ອເດີນທາງເຂົ້າປະເທດ ສະຫະລັດ ອາເມຣິກາ ໃນໄລຍະດັ່ງກ່າວ, ເນື່ອງຈາກວ່າ ການສະເໜີຂໍວີຊາ ຈະບໍ່ໄດ້ຮັບການພິຈາລະນາ ແລະ ຈະເສຍເງິນຄ່າທໍານຽມ ໂດຍບໍ່ໄດ້ຮັບວີຊາ.
ສໍາລັບ ພົນລະເມືອງລາວ ທີ່ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ຊຶ່ງມີຈຸດປະສົງ ເຂົ້າໄປປະຕິບັດໜ້າທີ່ການທູດ, ທາງການ ຫຼື ເຂົ້າຮ່ວມກອງປະຊຸມສາກົນ ຕາມການເຊື້ອເຊີນ ແມ່ນຍັງສາມາດເດີນທາງເຂົ້າປະເທດ ສະຫະລັດ ອາເມຣິກາ ໄດ້ຢ່າງເປັນປົກກະຕິ.

