ທໍາລາຍ ອາຫານ, ຢາ ແລະ ຜະລິດຕະພັນການແພດທີ່ຕ້ອງຫ້າມລວມ 212 ລາຍການ

ທໍາລາຍ ອາຫານ, ຢາ ແລະ ຜະລິດຕະພັນການແພດທີ່ຕ້ອງຫ້າມລວມ 212 ລາຍການ

ກອງກວດກາອາຫານ ແລະ ຢາ ນະຄອນຫຼວງວຽງຈັນ ໄດ້ ທຳລາຍສິນຄ້າ ປະເພດອາຫານ, ຢາ ແລະ ຜະລິດຕະພັນການແພດທີ່ຕ້ອງຫ້າມ ເມື່ອມໍ່ໆມານີ້ ຢູ່ທີ່ສະໜາມຂີ້ເຫຍື້ອ ຫຼັກ 32 ນະຄອນຫຼວງວຽງຈັນ ລວມມີ 212 ລາຍການ, ໃນນັ້ນ ປະເພດຢາ 58 ລາຍການ, ອາຫານ 4 ລາຍການ, ອາຫານເສີມ 17 ລາຍການ, ອຸປະກອນການແພດ 13 ລາຍການ, ເຄື່ອງສຳອາງ 111 ລາຍການ, ຢາພື້ນເມືອງ 5 ລາຍການ, ເຄມີ 4 ລາຍການ ລວມເປັນມູນຄ່າຫຼາຍກວ່າ 1,5 ຕື້ກີບ

ສິນຄ້າຈຳນວນນີ້ ແມ່ນໄດ້ສະສົມ ແລະ ຮີບໂຮມມາຈາກການລົງເຄື່ອນໄຫວວຽກງານຂອງເຈົ້າໜ້າທີ່ ອາຫານ ແລະ ຢາ ມາແຕ່ໄລຍະປີ 2021-2025 ແລະ ເປັນສິນຄ້າ ທີ່ນຳເຂົ້າບໍ່ຖືກຕ້ອງ, ບໍ່ໄດ້ຮັບອະນຸຍາດຈາກກົມອາຫານ ແລະ ຢາ.

Related Articles

Leave a Reply