ປະດັບຫຼຽນໄຊແຮງງານ, ຫຼຽນກາ ແລະ ໃບຍ້ອງຍໍ ໃຫ້ບຸກຄົນດີເດັ່ນກ່ຽວກັບວຽກງານຊາຍແດນ ລາວ-ຫວຽດນາມ ແລະ ລາວ-ມຽນມາ

ປະດັບຫຼຽນໄຊແຮງງານ, ຫຼຽນກາ ແລະ ໃບຍ້ອງຍໍ ໃຫ້ບຸກຄົນດີເດັ່ນກ່ຽວກັບວຽກງານຊາຍແດນ ລາວ-ຫວຽດນາມ ແລະ ລາວ-ມຽນມາ

ກະຊວງການຕ່າງປະເທດໄດ້ປະດັບຫຼຽນໄຊແຮງງານ, ຫຼຽນກາ ແລະ ໃບຍ້ອງຍໍ ໃຫ້ແກ່ບຸກຄົນດີເດັ່ນທີ່ໄດ້ປະກອບສ່ວນເຂົ້າໃນວຽກງານຊາຍແດນ ລາວ-ຫວຽດນາມ ແລະ ຊາຍແດນ ລາວ-ມຽນມາລວມມີຫຼຽນໄຊແຮງງານຊັ້ນ Ⅱຈໍານວນ 8 ທ່ານ, ປະດັບຫຼຽນໄຊແຮງງານຊັ້ນ Ⅲຈຳນວນ 77 ທ່ານ, ຫຼຽນກາແຮງງານຈຳນວນທັງໝົດ139 ທ່ານ ແລະ ຊາຍແດນ ລາວ-ມຽນມາ ມອບຫຼຽນກາໃຫ້ຈຳນວນ 40 ທ່ານ, ມອບໃບຍ້ອງຍໍຂັ້ນລັດຖະບານຊາຍແດນ ລາວ-ຫວຽດນາມແລະ ຊາຍແດນ ລາວ-ມຽນມາ ຈຳນວນ163 ທ່ານ.

ພິທີປະດັບຫຼຽນໄຊແຮງງານ, ຫຼຽນກາ ແລະ ໃບຍ້ອງຍໍ ດັ່ງກ່າວໄດ້ຈັດຂຶ້ນໃນມື້ນີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ມອບໂດຍທ່ານ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ.

ຂ່າວ: ກະຊວງການຕ່າງປະເທດ

 

Related Articles

Leave a Reply