ບຸນຜ້າປ່າສາມັກຄີ ເພື່ອສົມທົບທຶນສ້າງເສັ້ນທາງເປຕົງບ້ານວຽງໃໝ່ ເມືອງຫ້ວຍຊາຍ

ບຸນຜ້າປ່າສາມັກຄີ ເພື່ອສົມທົບທຶນສ້າງເສັ້ນທາງເປຕົງບ້ານວຽງໃໝ່ ເມືອງຫ້ວຍຊາຍ

ອົງການຈັດຕັ້ງບ້ານວຽງໃໝ່ ເຖົ້າແກ່ແນວໂຮມຈະໄດ້ຕັ້ງກອງບຸນຜ້າປ່າສາມັກຄີ ເພື່ອສົມທົບທຶນສ້າງເສັ້ນທາງເປຕົງ ຢູ່ບ້ານວຽງໃໝ່ ເມືອງຫ້ວຍຊາຍແຂວງບໍ່ແກ້ວ.

ງານດັ່ງກ່າວຈະໄດ້ຈັດຂຶ້ນທີ່ວັດສີ ໂພນໄຊ ສັນຕິລາດ ບ້ານວຽງໃໝ່ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ລາຍວະອຽດຂອງງານບຸນດັ່ງກ່າວລະບຸໄວ້ດັ່ງລຸ່ມນີ້: ວັນເສົາ ທີ 7 ກຸມພາ 2026 ແຮມ 5 ຄໍ່າ ເດືອນ 3 ລາວ ພ.ສ 2568 ເວລາ 10:00 ໂມງ ຈະມີແຫ່ກອງເຖຣາຫົດສົງພຣະອາຈານ ແປັບ ໂພທິສັກ ປະທານ ອພສ ເມືອງຫ້ວຍຊາຍ, ເວລາ 12:00 ໂມງ ເຂົ້າສູ່ພິທີການເຖຣາພິເສກຫົດສົງຈົນກວ່າຈະສຳເລັດພິທີ; ມື້ໂຮມທານບຸນຜ້າປ່າ ເວລາ 16:00 ໂມງ ສູດມຸງຄຸງພຣະສົງ 13 ອົງ ແລະ ຟັງທັມຈຳນວນ 2 ກັນ; ວັນອາທິດ ທີ 8 ກຸມພາ 2026 ແຮມ 6 ຄໍ່າ ເດືອນ 3 ລາວ ພ.ສ 2568; ເວລາ 07:00 ໂມງ ພິທີທຳບຸນຕັກບາດພຣະສົງສາມະເນນ ຈໍານວນ 29 ໜ່ວຍ/ບາດ ສັນຈັງຫັນເຊົ້າ ແລະ ສັທທາຮັບປະທານອາຫານ; ເວລາ 08:30 ນາທີ ຂະບວນຟ້ອນແຫ່ກອງຜ້າປ່າສາມັກຄີຫໍປະຊຸມບ້ານເຂົ້າ-ວັດ ອ້ອມອາຣາມ 3 ຮອບ; ເວລາ 09:00 ໂມງ ຕໍ່ຍອດຜ້າປ່າ ພ້ອມຖວາຍທານກອງຜ້າປ່າສາມັກຄີ ແລະ ສາລາກຸດຕິ ຄາຣະວະຮັບ ພອນຢາດນໍ້າອຸທິດເປັນອັນຈົບພິທີ.

ທີ່ມາ: ໜັງສືພິມບໍ່ແກ້ວ

Related Articles

Leave a Reply