ໃນປີ 2025, ພະແນກວັດທະນະທຳ ແລະ ທ່ອງທ່ຽວແຂວງອັດຕະປື ໄດ້ສໍາຫຼວດຂຶ້ນບັນຊີແຫຼ່ງທ່ອງທ່ຽວ 90 ແຫ່ງ ແລະ ໄດ້ກໍານົດຂອບເຂດສໍາລັບໂຄງການຕ່າງໆ ເຊັ່ນ: ອ່າງນໍ້າເຂື່ອນເຊກະໝານ 1, ສວນອະນຸສອນສະຖານລົດຕັງປາງສົງຄາມ ເພື່ອກະກຽມການພັດທະນາໃນອະນາຄົດ ແລະ ໄດ້ລົງສໍາຫຼວດຖ້ຳພູແດງ, ເສັ້ນທາງໂຮ່ຈີ່ມິງ ລວມທັງການເປີດປະມູນ ການສໍາປະທານພັດທະນາແຫຼ່ງທ່ອງທ່ຽວຕາດແຊພະ ແລະ ຕາດແຊປ້ອງໄລ ແລະ ອື່ນໆ.
ໃນປີ 2025 ທີ່ຜ່ານມານີ້, ແຂວງອັດຕະປື ສາມາດດຶງດູດນັກທ່ອງທ່ຽວໄດ້ 160.067 ຄົນ ໃນນີ້, ນັກທ່ອງທ່ຽວພາຍໃນ 31.217 ຄົນ, ຊາຍແດນ 91.096 ຄົນ, ສາກົນ 37.754 ຄົນ), ສາມາດສ້າງລາຍຮັບໄດ້ 74 ຕື້ກີບ.
ຂ່າວ: ມະນີວອນ

