ງານມະຫະກໍາບຸນຊ້າງຄັ້ງທີ 19 ປະຈໍາປີ 2026 ໄດ້ມີພິທີເປີດຢ່າງ ເປັນທາງການໃນຕອນເຊົ້າຂອງວັນທີ 14 ກຸມພາ 2026 ທີ່ຜ່ານນີ້ ຢູ່ ເດີ່ນສະໜາມຫຼວງແຂວງໄຊຍະບູລີ ມີຊ້າງ 50 ໂຕເຂົ້າຮ່ວມ.
ໃນພິທີ, ທ່ານ ອາເມ ຊົງເຢ້ຽເລັ່ງ ຮອງປະທານຄະນະກໍາມະການປົກຄອງແຂວງ ຮອງປະທານຈັດງານມະຫະກໍາບຸນຊ້າງ ຄັ້ງທີ 19 ປະຈໍາປີ 2026 ແຂວງໄຊຍະບູລີ ໄດ້ລາຍງານການກະກຽມຄວາມພ້ອມໃນການຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2026 ຂອງແຂວງໄຊຍະບູລີວ່າ: ການຈັດງານມະຫະກໍາບຸນຊ້າງໃນຄັ້ງນີ້, ກໍເພື່ອເປັນການສືບຕໍ່ອະນຸລັກຮັກສາຊ້າງລາວເພາະຊ້າງເປັນມູນມໍລະດົກຂອງຊາດທັງເປັນມິ່ງຂວັນຄູ່ບ້ານຄູ່ເມືອງ; ດ້ານໜຶ່ງກໍເພື່ອສືບຕໍ່ຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມ ແລະ ວິຖີການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າຂອງແຂວງໄຊຍະບູລີທີ່ຕິດພັນກັບຊ້າງມາແຕ່ອາດີດຕະການໃຫ້ຢືນຍົງຄົງຕົວຄຽງຄູ່ກັບປະຊາຊົນລາວເຮົາຕະຫຼອດໄປ. ທັງເປັນການສົ່ງເສີມກິດຈະກໍາອະນຸລັກຊ້າງ,ໃຫ້ຊ້າງຈໍານວນ 50 ໂຕ ທີ່ມາຈາກທົ່ວແຂວງໄດ້ພົບກັນ ແລະ ມີໂອກາດໄດ້ສືບພັນ ພ້ອມນີ້ ກໍເພື່ອເປັນເວທີການສະແດງທັກສະຄວາມສາມາດໃນການຄວບຄຸມຊ້າງ ຕໍ່ສາທາລະນະຊົນ ແລະ ຍັງເປັນບ່ອນແລກປ່ຽນບົດຮຽນຂອງຄວານຊ້າງ ເພື່ອສືບທອດອາຊີບລ້ຽງຊ້າງໃຫ້ຄົງຢູ່ຄູ່ກັບປວງຊົນລາວຊາວແຂວງໄຊຍະບູລີຕະຫຼອດໄປ. ສ້າງໂອກາດໃຫ້ນັກທ່ອງທ່ຽວໄດ້ສຳຜັດ ແລະ ເຫັນການດຳລົງຊີວິດຂອງຊ້າງ ທີ່ເຄີຍຢູ່ຄູ່ບ້ານຄູ່ເມືອງຕັ້ງແຕ່ອະດີດຈົນເຖິງປະຈຸບັນ.
ສໍາລັບກິດຈະກໍາຫຼັກຂອງການຈັດງານໃນປີນີ້ ແມ່ນຈະເນັ້ນໜັກກິດຈະກຳທີ່ຕິດພັນກັບຊ້າງແລະ ການອະນຸລັກຊ້າງໂດຍສະເພາະການສະແດງຂອງຊ້າງຄຳຮູ້ ການຈັດງານແມ່ນຈະຈັດໃຫ້ມີກິດຈະກໍາຫຼາກຫຼາຍສີສັນເປັນຕົ້ນ: ການຈັດວາງສະແດງສິນຄ້າຕະຫຼາດນັດເລີ່ມມາແຕ່ວັນທີ 9 ກຸມພາ 2026 ເປັນຕົ້ນມາ ມີສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ, ສິນຄ້າຜົນຜະລິດທາງດ້ານກະສິກໍາ, ຫັດຖະກຳ ແລະ ອຸດສາຫະກໍາປຸງແຕ່ງທີ່ເປັນທ່າແຮງ ແລະ ຜົນງານຂອງບັນດາ 11 ຕົວເມືອງ, ພະແນກການຂອງແຂວງໄຊຍະບູລີ, ຫົວໜ່ວຍທຸລະກິດຂອງພາກລັດ, ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ແລະ ຕົວແທນຂອງຊາວບ້ານເຂົ້າຮ່ວມ ຈຳນວນ 324 ຮ້ານ. ຫຼັງຈາກເປີດພິທີເປັນທາງການແລ້ວ ແຕ່ລະມື້ຈະມີການເປີດໃຫ້ແຂກໄດ້ມາຊົມການສະແດງຂອງຊ້າງຄຳຮູ້, ບໍລິການຂີ່ຊ້າງ, ທ່ຽວຊົມຕະຫຼາດນັດວາງສະແດງສິນຄ້າ ແລະ ຊົມການສະແດງສິລະປະວັນນະຄະດີຂອງອ້ອມຂ້າງແຂວງ ແລະ ເມືອງ, ເຂົ້າຊົມແຫຼ່ງທ່ອງທ່ຽວສູນອະນຸລັກຊ້າງ ແລະ ຂະຫຍາຍພັນຊ້າງອາຊີ (ພູແຄນ) ແລະ ທ່ອງທ່ຽວພາຍໃນເທດສະບານແຂວງ ຕາມສະຖານທີ່ທ່ອງທ່ຽວຕ່າງໆ.
ແຫຼ່ງຂໍ້ມູນຂ່າວ: ຄໍາໝັ້ນ

