ຜູ້ສະໝັກຮັບເລືອກຕັ້ງເປັນສະ ມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ຊຸດທີ X ແລະ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈຳເຂດເລືອກຕັ້ງເມືອງ ຊຸດທີ V ໄດ້ລົງໂຄສະນາຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງຢູ່ເມືອງພະລານໄຊ 2 ຈຸດຄື: ສະໂມສອນເມືອງ ແລະ ກຸ່ມບ້ານນາຈັງໄຕ ເມືອງອາດສະພັງທອງ 2 ຈຸດ ຄື: ສະໂມສອນເມືອງ ແລະ ກຸ່ມບ້ານນາຈານ ເມືອງອາດສະພອນ 2 ຈຸດຄື: ສະໂມສອນເມືອງ ແລະ ກຸ່ມບ້ານນາໝາກເກືອ ເມືອງໄຊບູລີ 2 ຈຸດ ຄື: ສະໂມສອນເມືອງ ແລະ ກຸ່ມບ້ານເວີນ,ໂດຍມີ ອົງການປົກ ຄອງເມືອງ, ພະນັກງານຫຼັກແຫຼ່ງ,ອົງການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນ ຜູ້ມີສິດປ່ອນບັດເລືອກຕັ້ງ ເຂົ້າ ຮ່ວມ. ເຊິ່ງຜູ້ສະໝັກ ສສຊ ແລະ ສສຂ ໄດ້ລົງໂຄສະນາຫາສຽງ ໃນລະຫວ່າງວັນທີ 11-14 ກຸມພາ 2026 ຜ່ານມາ.
ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ມີຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຈຳນວນ 28 ທ່ານ ຍິງ 7 ທ່ານ, ເລືອກເອົາ 21 ທ່ານ ໃນນັ້ນ, ອາຍຸແຕ່ 45 ປີລົງມາ ມີ 6 ທ່ານ ຍິງ 1 ທ່ານ, 46-55 ປີ ມີ 14 ທ່ານ ຍິງ 4 ທ່ານ, 56-60 ປີ ມີ 5 ທ່ານ ຍິງ 1 ທ່ານ, 61 ປີຂຶ້ນໄປ ມີ 3 ທ່ານ ຍິງ 1 ທ່ານ; ເຜົ່າລາວ 27 ທ່ານ ຍິງ 7 ທ່ານ ແລະ ເຜົ່າບຣູ 1 ທ່ານ; ລະດັບວິຊາສະເພາະ ຊັ້ນປະລິນຍາຕີ 4 ທ່ານ ຍິງ 3 ທ່ານ, ປະລິນຍາໂທ 17 ທ່ານ ຍິງ 3 ທ່ານ ແລະ ປະລິນ ຍາເອກ 7 ທ່ານ ຍິງ 1 ທ່ານ ແລະ ຜູ້ສະໝັກຮັບເລືອກຕັ້ງເປັນ ສສຂ ປະຈຳເຂດເລືອກຕັ້ງຂອງທັງ 4 ເມືອງ ມີຈຳ ນວນ 7 ທ່ານ, ເລືອກເອົາ 5 ທ່ານ.
ເມືອງພະລານໄຊ ມີພົນລະເມືອງ 48.128 ຄົນ ຍິງ 23.911 ຄົນ, ມີຜູ້ມີສິດປ່ອນບັດເລືອກຕັ້ງ 30.350 ຄົນ ຍິງ 15.610 ຄົນ, ທົ່ວເມືອງມີ 31 ໜ່ວຍປ່ອນບັດ; ເມືອງອາດສະພັງທອງ ມີພົນລະເມືອງ 52.197 ຄົນ ຍິງ 25.872 ຄົນ, ມີຜູ້ມີສິດປ່ອນບັດເລືອກຕັ້ງ 33.352 ຄົນ ຍິງ 16.959 ຄົນ, ທົ່ວເມືອງມີ 47 ໜ່ວຍປ່ອນບັດ; ເມືອງອາດສະພອນ ມີພົນລະເມືອງ 68.648 ຄົນ ຍິງ 35.028 ຄົນ, ມີຜູ້ມີສິດປ່ອນບັດເລືອກຕັ້ງ 42.890 ຄົນ ຍິງ 21.390 ຄົນ, ທົ່ວເມືອງມີ 80 ໜ່ວຍປ່ອນບັດ; ເມືອງໄຊບູລີ ມີພົນລະເມືອງ 70.030 ຄົນ ຍິງ 34.862 ຄົນ, ມີຜູ້ມີສິດປ່ອນບັດເລືອກຕັ້ງ 45.305 ຄົນ ຍິງ 23.056 ຄົນ, ທົ່ວເມືອງມີ 52 ໜ່ວຍປ່ອນບັດ.
ແຫຼ່ງຂ່າວຈາກ: ຄວາມສະຫງົບ

