ບັນດາຜູ້ຊົມໃຊ້ນ້ຳປະປາ ໃຫ້ກະກຽມກັກເກັບນ້ຳໄວ້ຊົມໃຊ້ໃຫ້ພຽງພໍ ຢູ່ຂອບເຂດພື້ນທີ່ ທີ່ຢູ່ໃກ້ຄຽງ ຂອງເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ: ບ້ານໜອງດາ, ບ້ານໃໝ່, ບ້ານເກົ້າລ້ຽວ ແລະ ບ້ານ ອື່ນໆ.
ເນື່ອງຈາກ ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຈະໄດ້ປິດນ້ຳຊົ່ວຄາວ ເພື່ອສ້ອມແປງຕັດທໍ່ນໍ້າປະປາ ເກົ່າ ຂະໜາດ uPVC DN150 ສໍາທໍ່ນໍ້າປະປາ ໃໝ່ ຂະໜາດ uPVC DN100 ຊຶ່ງສະຖານທີ່ສ້ອມແປງທໍ່ນໍ້າ ແມ່ນຢູ່ເຂດບ້ານໜອງດາ ວັນທີ19 ກຸມພາ 2026 ເລີ່ມແຕ່ 9:00ໂມງ ຫາ 16: 00ໂມງ ຊຶ່ງໄລຍະການສ້ອມແປງດັ່ງກ່າວ ຈະສົ່ງຜົນໃຫ້ມີນ້ຳອອກຄ່ອຍ ຫາ ບໍ່ມີນ້ຳ.

