ເງິນເຟີ້ເດືອນມັງກອນຫຼຸດລົງ 0.5% ທ່າມກາງລາຄາຄຳ ແລະ ນ້ຳມັນທີ່ຜັນຜວນ

ເງິນເຟີ້ເດືອນມັງກອນຫຼຸດລົງ 0.5% ທ່າມກາງລາຄາຄຳ ແລະ ນ້ຳມັນທີ່ຜັນຜວນ

ອັດຕາເງິນເຟີ້ໃນ  ສປປ ລາວ ປະຈຳເດືອນມັງກອນ ປີ 2026 ຫຼຸດລົງເລັກໜ້ອຍຈາກ 5.60% ໃນເດືອນທັນວາ 2025 ມາເປັນ 5.10% (ຫຼຸດລົງ 0.5%), ອີງຕາມຂໍ້ມູນຈາກທະນາຄານແຫ່ງ ສປປ ລາວ. ເຖິງຢ່າງໃດກໍຕາມ, ຫາກທຽບໃສ່ເດືອນພະຈິກຂອງປີຜ່ານມາ ເຊິ່ງຢູ່ທີ່ 4.80% ແມ່ນເຫັນວ່າອັດຕາເງິນເຟີ້ໃນເດືອນທຳອິດຂອງປີນີ້ເພີ່ມຂຶ້ນ 0.3%.

ປັດໄຈທີ່ສົ່ງຜົນກະທົບ:

  • ອັດຕາແລກປ່ຽນ: ຍັງມີຄວາມຜັນຜວນຢ່າງຕໍ່ເນື່ອງ.
  • ລາຄາຄຳ: ປັບຕົວສູງຂຶ້ນຢ່າງວ່ອງໄວ ໂດຍລາຄາຄຳສູງກວ່າ 53 ລ້ານກີບຕໍ່ບາດ (15 ກຣາມ), ເຊິ່ງຖືເປັນລະດັບທີ່ສູງທີ່ສຸດເປັນປະຫວັດການ ອີງຕາມຂໍ້ມູນຈາກທະນາຄານຄຳລາວ.
  • ລາຄານ້ຳມັນ: ຍັງຄົງມີການເໜັງຕິງທັງໃນ ແລະ ຕ່າງປະເທດ. ອີງຕາມກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ, ໃນເດືອນມັງກອນພຽງເດືອນດຽວ ໄດ້ມີການປັບລາຄານ້ຳມັນຂຶ້ນ-ລົງ ເຖິງ 4 ຄັ້ງ.

ປັດໄຈເຫຼົ່ານີ້ລ້ວນແຕ່ເປັນແຮງຊຸກດັນໃຫ້ລາຄາສິນຄ້າ ແລະ ຄ່າຄອງຊີບມີແນວໂນ້ມເພີ່ມສູງຂຶ້ນ.

ໂດຍ: ມະນີຈັນ  

Related Articles

Leave a Reply