ຄະນະຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ຄະນະທີ 1 ໄດ້ສຳເລັດການລົງໂຄສະນາຫາສຽງຕໍ່ຜູ້ມີສິດເລືອກຕັ້ງ ຢູ່ບັນດາເມືອງ ແລະ ຈຸດພົບປະຕ່າງໆພາຍໃນແຂວງຈໍາປາສັກ ໃນ ມື້ວານນີ້.
ທ່ານ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນນາມຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ເຂດເລືອກຕັ້ງທີ 15, ໄດ້ນຳພາຄະນະຜູ້ສະໝັກ ລົງພົບປະກັບປະຊາຊົນ ກໍຄືຜູ້ມີສິດເລືອກຕັ້ງຢູ່ຈຸດສໍານັກງານປົກຄອງເມືອງຊະນະສົມບູນ, ບ້ານກົກເດື່ອນະຄອນປາກເຊ, ບ້ານໜອງຜໍາ ແລະ ບ້ານດອນຕະລາດ ເມືອງຈໍາປາສັກ, ບ້ານນາພັນວົງ ແລະ ບ້ານທາດສາມປາງ ເມືອງສຸຂຸມາ, ບ້ານດູ່, ບ້ານອຸປະຫຼາດ ເມືອງໂພນທອງ ແລະ ຈຸດບ້ານມ່ວງ ເມືອງປະທຸມພອນ ຫຼາຍກວ່າ 10 ວັນ ເລີ່ມແຕ່ວັນທີ 6-19 ທັງກອນ 2026.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ເຫັນເຖິງຄວາມໝາຍສຳຄັນຂອງການເລືອກຕັ້ງ ເຊິ່ງເປັນການຜັນຂະຫຍາຍລະບອບປະຊາທິປະໄຕ ປະຊາຊົນ ເພື່ອສ້າງຕັ້ງລະບົບອຳນາດລັດທີ່ເຂັ້ມແຂງ, ໂປ່ງໃສ ແລະ ຮັບໃຊ້ຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ. ພ້ອມທັງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນໄປໃຊ້ສິດປ່ອນບັດໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້ໃຫ້ກາຍເປັນປາງບຸນໃຫຍ່ຂອງຊາດ.
ທັງນີ້ກໍເພື່ອຮັບປະກັນໃຫ້ການເລືອກຕັ້ງໃນວັນທີ 22 ກຸມພາ 2026 ດຳເນີນໄປຢ່າງມີປະສິດທິຜົນສູງສຸດ, ຄະນະຜູ້ສະໝັກໄດ້ເນັ້ນໜັກເຖິງການປະຕິບັດຄາດໝາຍ 400% ຄື:
ນຳພາຜູ້ມີສິດເລືອກຕັ້ງໄປປ່ອນບັດໃຫ້ຄົບຖ້ວນ 100%.
ນຳພາການໃຊ້ສິດປ່ອນບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍ 100%.
ຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມປອດໄພ 100%.
ຮັບປະກັນຄວາມໂປ່ງໃສ ແລະ ສຳເລັດທັນຕາມກຳນົດເວລາ 100%.
ລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ (ຄະນະທີ1) ຈໍານວນ 10 ທ່ານ ຄື:
ນໍ້າເບີທີ1: ທ່ານ ສອນໄຊ ສີພັນດອນ
ເບີ 4: ທ່ານ ແກ້ວລັດຕະນະ ສີຫາວົງ
ເບີ 6: ທ່ານ ນາງ ພອນເພັດ ອຸ່ນແກ້ວ
ເບີ 7: ທ່ານ ສິງຄຳ ວົງພະຈັນ
ເບີ 10: ທ່ານ ອະນຸສັກ ຈັນທະປະເສີດ
ເບີ 13: ທ່ານ ນາງ ປານຄໍາ ຂະຫຍອງເອກ
ເບີ 15: ທ່ານ ທິບພະສອນ ສະມາເລີກ
ເບີ 17: ທ່ານ ດຣ. ຈິນດາ ວົງສຸລິ
ເບີ 18: ທ່ານ ໄຊລືຊາ ຜຸຍຍະວົງ
ເບີ 20: ທ່ານ ພັນໂທ ກອງແກ້ວ ວຽງໄຊຍະສອນ
ແຫຼ່ງຂໍ້ມູນ ຂ່າວ-ພາບ: ຈັນທະວີສັກ

