ສິນຄ້າເສື່ອມຄຸນນະພາບເປັນອັນຕະລາຍຕໍ່ສຸຂະພາບ

ສິນຄ້າເສື່ອມຄຸນນະພາບເປັນອັນຕະລາຍຕໍ່ສຸຂະພາບ

ເມື່ອມໍ່ໆມານີ້, ໜ່ວຍງານຊັບສິນທາງປັນຍາ, ມາດຕະຖານ ແລະ ການວັດແທກ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໂຂງ ແຂວງຈຳປາສັກ ໄດ້ ທຳລາຍສິນຄ້າໝົດອາຍຸສິນຄ້າຕ້ອງຫ້າມ, ສິນຄ້ານອກລະບົບ ແລະ ຢາປົວພະຍາດ ທີ່ກວດກາ ແລະ ຍຶດໄດ້ຈາກທ້ອງຕະຫຼາດ ແລະ ຮ້ານຄ້າຕ່າງໆພາຍໃນເມືອງ ເພາະສິນຄ້າດັງກ່າວເປັນອັນຕະລາຍຕໍ່ສຸຂະພາບ.

ທ່ານ ບົວສີ ລ້ວນໄຊຍະວົງ ຫົວໜ້າໜ່ວຍງານຊັບສິນທາງປັນຍາ, ມາດຕະຖານ ແລະ ການວັດແທກ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ຍົກໃຫ້ເຫັນວ່າ: ສິນຄ້າທີ່ນຳມາທຳລາຍໃນຄັ້ງນີ້, ປະກອບມີຫຼາຍລາຍການ ເປັນຕົ້ນແມ່ນ: ສິນຄ້າອຸປະໂພກ-ບໍລິໂພກທີ່ໝົດອາຍຸການໃຊ້ງານ, ສິນຄ້າຕ້ອງຫ້າມ ແລະ ສິນຄ້າທີ່ນຳເຂົ້າໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ລວມໄປເຖິງຢາປົວພະຍາດທີ່ບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດຖືກຕ້ອງ ມີຈຳນວນ 102 ລາຍການ.

ທ່ານ ບົວສີ ກ່າວຕື່ມວ່າ: ການທຳລາຍສິນຄ້າດັ່ງກ່າວ, ແມ່ນປະຕິບັດຕາມລະບຽບກົດໝາຍ ເພື່ອແນໃສ່ການຄຸ້ມຄອງລາຄາສິນຄ້າ ແລະ ຄຸນນະພາບສິນຄ້າໃນທ້ອງຕະຫຼາດ ໃຫ້ມີຄວາມປອດໄພຕໍ່ສຸຂະພາບ ແລະ ຊີວິດຂອງຜູ້ບໍລິໂພກ. ທັງນີ້ ກໍເພື່ອເປັນການເຕືອນໃຫ້ຜູ້ປະກອບການ, ຮ້ານຄ້າ ໃຫ້ມີຄວາມຮັບຜິດຊອບ ແລະ ເອົາໃຈໃສ່ກວດກາສິນຄ້າຂອງຕົນເອງຢ່າງເປັນປະຈຳ, ບໍ່ໃຫ້ນຳສິນຄ້າທີ່ເສື່ອມຄຸນນະພາບມາຈຳໜ່າຍໃຫ້ແກ່ສັງຄົມ.

ແຫຼ່ງຂໍ້ມູນຂ່າວ-ພາບ: ພຸດທະສິນ ວົງວິໄລທອງ

Related Articles

Leave a Reply