ສປປ ລາວ ເປີດໂຄງການຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫຼືອ

ສປປ ລາວ ເປີດໂຄງການຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫຼືອ

ໂຄງການຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫຼືອ ຊຶ່ງເປັນແຜນວຽກໂຄງການບຸລິມະສິດທີ່ນອນໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເພື່ອສະໜັບສະໜູນ ການຈັດຕັ້ງປະຕິບັດຍຸດທະສາດເຕີບໂຕສີຂຽວ ແຫ່ງຊາດ, ແຜນດຳເນີນງານແຫ່ງຊາດ ກ່ຽວກັບການຄຸ້ມຄອງພລາສຕິກ ຂອງ ສປປ ລາວ (2024-2030) ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 23 ກຸມພາ 2026 ຜ່ານມາ ທີ່ນະຄອນຫຼວງວຽງວຽງຈັນ.

ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ກະຊວງກະສິກໍາ – ສິ່ງແວດລ້ອມ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຮ່ວມກັນ ກະກຽມໂຄງການຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫຼືອ ຊຶ່ງເປັນແຜນວຽກໂຄງການບຸລິມະສິດ ທີ່ນອນໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເພື່ອສະໜັບສະໜູນ ການຈັດຕັ້ງປະຕິບັດຍຸດທະສາດເຕີບໂຕ ສີຂຽວແຫ່ງຊາດ, ແຜນດຳເນີນງານແຫ່ງຊາດ ກ່ຽວກັບການຄຸ້ມຄອງພລາສຕິກ ຂອງ ສປປ ລາວ (2024-2030) ແລະ ຖະແຫຼງການອາຊຽນ ກ່ຽວກັບ Plastic Circularity ໃນປີ 2024 ທີ່ ສປປ ລາວ ເປັນເຈົ້າພາບ.

ສຳລັບ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແມ່ນຮັບຜິດຊອບໃນອົງປະກອບທີ 1 ກ່ຽວກັບການຍົກລະດັບ ລະບົບການຄຸ້ມຄອງສິ່ງເສດເຫຼືອ ແລະ ມົນລະພິດ ໂດຍສະເພາະກ່ຽວກັບການຍົກລະດັບການຕິດຕາມ ມົນລະພິດ, ການບັງຄັບໃຊ້ລະບຽບການ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການຄຸ້ມຄອງ ສິ່ງເສດເຫຼືອ ແລະ ພລາສຕິກ ຊຶ່ງມີຫຼາຍຂະແໜງການທີ່ນອນໃນກະຊວງຮັບຜິດຊອບ ແຕ່ລະອົງປະກອບຍ່ອຍ ເປັນຕົ້ນ: ກົມສິ່ງແວດລ້ອມ, ກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສະຖາບັນນິເວດ, ກົມຊັບພະຍາກອນນໍ້າ ແລະ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້.

ເພື່ອເຮັດໃຫ້ເປົ້າໝາຍຂອງໂຄງການບັນລຸຜົນສຳເລັດຕາມແຜນການ ແລະ ຕົວຊີ້ວັດ ທີ່ກຳນົດໄວ້ ໄດ້ຮຽກຮ້ອງໃຫ້ບັນດາພາກສ່ວນກ່ຽວຂ້ອງ ໂດຍສະເພາະພາກສ່ວນທີ່ຈັດຕັ້ງປະຕິບັດໂຄງການຈະຕ້ອງໄດ້ ເອົາໃຈໃສ່ຮັບຜິດຊອບບັນດາກິດຈະກຳຂອງຂະແໜງການຂອງຕົນເອງ ແລະ ກະກຽມແຜນການ ເຄື່ອນໄຫວວຽກງານຕາມກຳນົດເວລາ, ຮັບປະກັນທາງດ້ານຄຸນນະພາບ, ມີປະສິດທິພາບ ປະສິດທິຜົນ, ຖືກຕ້ອງຕາມລະບຽບຫຼັກການ ແລະ ສາມາດກວດສອບໄດ້, ພ້ອມທັງລາຍງານໃຫ້ກັບພາກສ່ວນຮັບຜິດ ຊອບໂຄງການ ກໍຄື ຫ້ອງການກອງທຶນ ແລະ ຜູ້ໃຫ້ທຶນຊາບ.

ແຫຼ່ງຂ່າວຈາກ: ປະຊາຊົນ

Related Articles

Leave a Reply