ໄຊພູທອງ ເປີດງານບຸນນະມັດສະການຜາສາດເຮືອນຫີນ ປະຈໍາປີ 2026

ໄຊພູທອງ ເປີດງານບຸນນະມັດສະການຜາສາດເຮືອນຫີນ ປະຈໍາປີ 2026

​ເພື່ອເປັນການຊຸກຍູ່ສົ່ງ ເສີມ,ປົກປັກຮັກສາ ຂະນົບທໍານຽມ, ສິລະປະ ວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດກໍຄືຂອງທ້ອງຖຶ່ນໃຫ້ມີຄວາມຍືນຍົງຄົງຢູ່ກັບລາວຕະຫຼອດ ໄປ. ເມືອງໄຊພູທອງ ແຂວງສະຫວັນນະເຂດ ເປັນເມືອງໜຶ່ງທີ່ມີທາແຮງທາງດ້ານການທ່ອງທ່ຽວ ຊຶ່ງໃນແຕ່ລະປີສາມາດດຶງດູດແຂກພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທຽວເມືອງໄຊພູທອງ, ພິເສດກົມມໍລະດົກປຫ່ງຊາດໄດ້ຮັບຮອງເອົາຜາສາດເຮືອນຫີນຂຶ້ນເປັນມໍຣະດົກແຫ່ງຊາດ ຢາງເປັນທາງການ ໃນຄັ້ງວັນທີ 29 ມັງ ກອນ 2026. ສະນັ້ນ, ຄະນະພັກ, ຄະນະນໍາເມືອງໄຊພູທອງແຂວງສະຫວັນນເຂດ ໄດ້ຈັດພິທີເປີດງານບຸນນະມັດ ສະການຜາສາດເຮືອນຫີນປະຈໍາປີ 2026 ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 28 ກຸມພາ-3 ມີນາ 2026 ຢູ່ທີ່ເດີ່ນວັດຜາສາດເຮືອນຫີນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ວັນແສງ ແກ້ວບຸນພັນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ປະທານຈັດງານບຸນ, ມີການນໍາເມືອງສອງຄອນ,ການນໍາຂັ້ນສູງຈາກອໍາເພີຊານຸມານ ຈັງຫວັດອໍານາດຈະເລີນ ລາຊະ ອານາ ຈັກໄທ, ຫ້ອງການອອ້ມຂ້າງເມືອງ, ບັນດາອົງການຈັດ ຕັ້ງມະຫາຊົນ,ຕະຫຼອດຖິງປະຊາຊົນຜູ້ມາທ່ຽວງານບຸນເຂົ້າຮ່ວມຢ່າງຄຶກຄື້ນມ່ວນຊື່ນ.

ໃນພິທີ, ທ່ານ ພູສະຫວັນ ເທບສີທາ ຮອງປະທານຄະນະກໍາມະການປົກຄອງເມືອງ ໄດ້ຂຶ້ນກ່າວເປີດງານຢ່າງເປັນທາງການ ຊຶ່ງບາງຕອນສໍາຄັນກ່າວວ່າ: ຜາສາດເຮືອນຫີນເປັນສະຖາປັດຕິຍະກໍາທີ່ໂດດເດັ່ນລໍ້າຄ່າ ບົງບອກເຖິງຄວາມເກັ່ງກ້າສາມາດ ສະຫຼາດຫຼັກແຫຼມ ແລະ ມີຫົວຄິດປະດິດສ້າງຂອງປະຊາຊົນບັນດາເຜົ່າໃນຍົກສະໄໝບູຮານ (ອານາຈັກຂອມເຮືອງອໍານາດໃນສະໄໝສີໂຄດຕະບູນໃນຍົກເງິນຍາງ) ແລະ ຍັງເປັນສັນຍາ ລັກໃຫ້ແກ່ລຸ້ນຄົນພວກເຮົາໃນປັດຈຸບັນໄດ້ເຫັນຄຸນຄ່າຄວາມ ເປັນມາຂອງຊາດລາວເຮົາທີ່ເປັນຊາດໜຶ່ງທີ່ມີຄວາມຈະເລີນຮຸ່ງເຮືອງສີວິໄລທາງດ້ານອະລິຍະທໍາ, ຊຶ່ງບັນພະບູລຸດລາວແຕ່ລະຍຸກແຕ່ລະສະໄໝໄດ້ປົກປັກ ຮັກສາ ແລະ ສ້າງສາພັດທະນາມາ. ຜາສາດເຮືອນຫີນແຫ່ງນີ້. ຖືວ່າເປັນແຫ່ງທີ 2 ຂອງປະເທດລາວຖັດຈາກວັດພູຈໍາປາສັກ. ຕາມການສັນນິຖານວ່າ ຖືກສ້າງຕັ້ງຂຶ້ນໃນຊ່ວງທ້າຍສັດຕະ ວັດທີ 11 ຫາຕົ້ນສັດຕະວັດທີ 12 ຜາສາ. ເຮືອນຫີນມີລວງຍາວ 24 ແມັດ, ກວ້າງ 21 ແມັດ, ສູງເກືອບ 20 ແມັດ, ຂອບເຂດຮ່ອງຮ່ອຍກໍາແພງເກົ່າເຮືອນຫີນຍາວ 150 ແມັດ, ກວ້າງ 100 ແມັດ.

ພິທີ, ທ່ານ ວັນແສງ ແກ້ວບຸນພັນ ພ້ອມ ດ້ວຍບັນດາການນໍາຂັ້ນສູງຂອງເມືອງ, ແຂກຖືກເຊີນ ໄດ້ໃຫ້ກຽດຂຶ້ນລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນ ຂອງການເປີດງານບຸນສະເຫຼີມສະຫຼອງຜາສາດເຮືອນຫີນຂື້ນຢ່າງເປັນທາງການ. ຈາກນັ້ນ, ການນໍາພັກ- ລັດກໍໄດ້ເຂົ້າຮ່ວມການແຮ່ຮູບຈໍາລອງຄື: ແຫ່ຜາສາດເຜິ້ງ, ງູຊວງ, ງົວໂທນ, ເຕົ່າຄໍາ ແລະ ໜາຊ່ວງ ເພື່ອເປັນ ການສາກາລະບູຊາໃຫ້ແກ່ຜາສາດເຮືອນຫີນ ຊຶ່ງເປັນປີທີ່ສອງ ທີຈັດໃຫ້ມີກິດຈະກໍານີ້, ເພື່ອສຶບສານວັດທະນະທໍາລາວທີ່ເຄີຍປະຕິບັດກັນມາ ພ້ອມນັ້ນ ຍັງໄດ້ຊົມການຕີກອງຈິ່ງ ແລະ ການສະແດງສິລະປະວັນນະຄະດີມີ 7 ຂະບວນຟ້ອນຂອງນ້ອງນັກຮຽນທີ່ມາຈາກ ກຸ່ມບ້ານທີ 8 ແລະ ຂະບວນຟ້ອນມາ ຈາກເມືອງສອງຄອນ.

ພາບ-ຂ່າວ: ພັນທະມິດ ວົງສຸທິ

 

 

Related Articles

Leave a Reply