2,174 ຄອບຄົວຈະໄດ້ຮັບ ຜົນປະໂຫຍດຈາກອ່າງເກັບນໍ້າ ຫ້ວຍທ່າຮາວ

2,174 ຄອບຄົວຈະໄດ້ຮັບ ຜົນປະໂຫຍດຈາກອ່າງເກັບນໍ້າ ຫ້ວຍທ່າຮາວ

ໂຄງການອ່າງເກັບນໍ້າ ຫ້ວຍທ່າຮາວ ຕັ້ງຢູ່ບ້ານນາຄຳ ເມືອງອຸທຸມພອນ ແຂວງສະ ຫວັນນະເຂດ ເປັນໂຄງການ ຍຸດທະສາດດ້ານຊົນລະກະເສດ ທີ່ສຳຄັນ ເພື່ອຍົກສູງຊີວິດການ ເປັນຢູ່ຂອງປະຊາຊົນ ຢູ່ເມືອງອຸທຸມພອນ ໃຫ້ມີ ນໍ້າໃຊ້ໃນການປູກຝັງ-ລ້ຽງສັດ ຕະຫຼອດທັງປີ. ໂຄງການ ດັ່ງກ່າວມີປະຊາຊົນ 9 ບ້ານ, ມີຈຳນວນ 2,174 ຄອບຄົວທີ່ນອນໃນເຂດໂຄງການ ທີ່ກຳລັງຄອງຄອຍຖ້າລັດຖະບານພັດທະນາ ເພື່ອສະໜອງນໍ້າໃສ່ການ ຜະລິດໃນພື້ນທີ່ທັງໝົດ 1,700 ເຮັກຕາ.

ປະຈຸບັນໂຄງການດັ່ງກ່າວແມ່ນມີຄວາມຄືບໜ້າພໍສົມຄວນ ໂດຍແຕ່ລະໜ້າວຽກ ແມ່ນກຳລັງດຳເນີນໄປຢ່າງຕັ້ງ ໜ້າ ດ້ວຍການນຳໃຊ້ເຄື່ອງຈັກ ໜັກເຂົ້າໃນການປັບໜ້າດິນ ແລະ ກໍ່ສ້າງພື້ນຖານໂຄງລ່າງ ເພື່ອສຸມໃສ່ການກັ້ນຝາຍເພື່ອ ປິດປະຕູນໍ້າ ແລະ ໃຫ້ສາມາດ ກັກເກັບນໍ້າກ່ອນລະດູຝົນປີ 2026 ທີ່ຈະມາເຖິງນີ້.

ທີ່ມາຂ່າວ: ສະຫວັນພັດທະນາ

 

Related Articles

Leave a Reply