ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຫ່ງສປປ ລາວໄດ້ນໍາພາຄະ ນະຜູ້ແທນເຂົ້າຮ່ວມກອງປະຊຸມປຶກສາຫາລືລະດັບສູງ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ 2026 ແລະ ກອງ ປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ (ASCC) ຄັ້ງທີ 35 ໃນລະຫວ່າງວັນທີ 4-5 ມີນາຜ່ານມາ ທີ່ນະຄອນຫຼວງມະນີລາ ປະເທດຟິລິບປິນ..
ທ່ານຮອງລັດຖະມົນຕີກະຊວງ ວທ ໄດ້ແລກປ່ຽນທັດສະນະ ແລະ ຄໍາຄິດເຫັນໃນຫົວຂໍ້: ວຽກງານວັດທະ ນະທໍາ ແລະ ການທ່ອງທ່ຽວໃນຖານະທີ່ເປັນຂະແໜງການຂັບເຄື່ອນ ການຂະຫຍາຍຕົວເຕີບໂຕແບບກວມລວມ ແລະ ການສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ໂດຍສະເພາະ ການຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະ ຊາຊົນລາວ ໃຫ້ມີການດຳລົງຊີວິດທີ່ດີຂຶ້ນກ້າວໄປຂ້າງໜ້າຮ່ວມກັນ. ກອງປະຊຸມປຶກສາຫາລືລະດັບສູງປະຊາ ຄົມວັດທະນະທຳ-ສັງຄົມອາຊຽນ 2026 ໄດ້ຈັດຂຶ້ນໃນວັນທີ 4 ມີນາຜ່ານມາ.
ໃນມື້ຕໍ່ມາ, ກະຊວງສະຫວັດດີການສັງຄົມ ແລະ ການພັດທະນາ ແຫ່ງຟິລິບປິນ ໄດ້ເປັນເຈົ້າພາບຈັດ ກອງປະຊຸມ ASCC ຄັ້ງທີ 35 ໂດຍພາຍໃຕ້ການເປັນປະທານຂອງທ່ານ Rex Gatchalian ລັດຖະມົນຕີກະ ຊວງດັ່ງກ່າວ ຊຶ່ງຈັດຂຶ້ນພາຍໃຕ້ຫົວຂໍ້ “ການນຳທາງອະນາຄົດຂອງອາຊຽນຮ່ວມກັນ” ໂດຍມີບັນດາທ່ານລັດຖະ ມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າກະຊວງຮັບຜິດຊອບເສົາຄ້ຳ ASCC ແລະ ທ່ານຮອງເລຂາທິການໃຫຍ່ ອາຊຽນຊີ້ນຳວຽກງານເສົາຄ້ຳ ASCC ພ້ອມດ້ວຍຄະນະຜູ້ແທນຂອງຕົນເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ທົບທວນຄືນໝາກຜົນ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດແຜນແມ່ບົດຂອງປະຊາ ຄົມ ASCC 2025 ລວມທັງແລກປ່ຽນຄໍາຄິດຄວາມເຫັນ ກ່ຽວກັບທິດທາງແຜນຍຸດທະສາດໃນຕໍ່ໜ້າ ຂອງປະ ຊາຄົມ ASCC. ນອກນີ້, ຍັງໄດ້ສຸມໃສ່ປຶກສາຫາລືບາງວຽກງານຈຸດສຸມ ແລະ ແຜນວຽກບຸລິມະສິດພາຍໃຕ້ເສົາ ຄໍ້າ ຊຶ່ງປະກອບມີ 4 ຂົງເຂດວຽກງານ: ການສ້າງຄວາມແຂງແກ່ນ ແລະ ເຂັ້ມແຂງໃນຄອບຄົວ; ການພັດທະ ນາແບບກວມລວມ; ຊາວໜຸ່ມ ແລະ ນະວັດຕະກຳ ແລະ ຄວາມປອດໄພທາງດ້ານອາຫານ ເປັນມິດຕໍ່ສິ່ງ ແວດລ້ອມໃນອະນາຄົດ. ກອງປະຊຸມຄັ້ງນີ້, ໄດ້ເຫັນດີເປັນເອກະພາບຮັບຮອງເອົາເອກະສານອາຊຽນຈຳນວນ 12 ສະບັບ, ໃນນັ້ນ ປະກອບມີ 2 ສະບັບ ເພື່ອຮັບຮອງ ແລະ 10 ສະບັບເພື່ອຮັບຊາບ ໂດຍຜູ້ນຳອາຊຽນໃນກອງ ປະຊຸມສຸດຍອດອາຊຽນ ຄັ້ງທີ 48 ຊຶ່ງຈະຈັດຂຶ້ນໃນເດືອນພຶດສະພາ 2026 ທີ່ ເຊບູ ຟີລິບປີນ.
ພ້ອມນີ້, ທ່ານ ນາງ ດາລານີ ພົມມະວົງສາ ໄດ້ມີຄຳເຫັນແລກປ່ຽນ ແລະ ບາງຂໍ້ສະເໜີໃນການຈັດຕັ້ງປະ ຕິບັດວຽກງານຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນໃນຕໍ່ໜ້າ ໂດຍເນັ້ນໃສ່ບາງວຽກຈຸດສຸມດັ່ງນີ້:
ສປປ ລາວ ຊຸກຍູ້ໃຫ້ອາຊຽນສ້າງຊຸມຊົນທີ່ເຂັ້ມແຂງ ແລະ ມີສ່ວນຮ່ວມຂອງທຸກພາກສ່ວນ ໂດຍການເພີ່ມທະ ວີການສະໜັບສະໜູນຂໍ້ລິເລີ່ມຕ່າງໆ ໃນລະດັບທ້ອງຖິ່ນ ເປັນຕົ້ນ ການໃຫ້ບຸລິມະສິດໃນເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ຊຶ່ງຈະຊ່ວຍຮັບປະກັນໃຫ້ຜົນປະໂຫຍດທາງດ້ານເສດຖະກິດ-ສັງຄົມ ເຂົ້າເຖິງປະຊາ ຊົນໃນລະດັບຮາກຖານຢ່າງແທ້ຈິງ ພ້ອມທັງເປັນການປົກປັກຮັກສາມໍຣະດົກຮ່ວມກັນຂອງພວກເຮົາໄວ້ໃຫ້ຄົນຮຸ້ນຫຼັງ.
ພວກເຮົາຄວນເຫັນຄວາມສຳຄັນຂອງການຍົກລະດັບຄວາມຮູ້ທາງດ້ານດີຈີຕອນ ແລະ ນະວັດຕະກຳໃນທຸກຂົງ ເຂດວຽກງານໃນສັງຄົມ. ພວກເຮົາຕ້ອງໃຫ້ຄວາມສຳຄັນເປັນພິເສດໃນການສ້າງຂີດຄວາມສາມາດ ແລະ ການ ຮຽນຮູ້ຕະຫຼອດຊີວິດ ໂດຍສະເພາະແມ່ນຜູ້ດຳລົງຊີວິດຢູ່ທ້ອງຖິ່ນ ແລະ ຜູ້ປະກອບການຂະໜາດນ້ອຍ, ລວມ ທັງຄົນພິການ, ຜູ້ສູງອາຍຸ, ແມ່ຍິງ ແລະ ເດັກນ້ອຍ ເພື່ອຮັບປະກັນວ່າຈະບໍ່ມີໃຜຖືກຖິ້ມໄວ້ຂ້າງຫຼັງ ໃນໄລຍະ ການຫັນເປັນດີຈີຕອນ ນັ້ນໝາຍເຖິງກຳລັງແຮງງານຂອງພວກເຮົາແມ່ນມີຄວາມເຂັ້ມແຂງ ພ້ອມຮັບມືກັບການ ປ່ຽນແປງໃນອະນາຄົດ.
ສປປ ລາວ ເຫັນໄດ້ຄວາມຈຳເປັນໃນການເພີ່ມທະວີການຮ່ວມມືໃນພາກພື້ນ ກ່ຽວກັບການຫຼຸດຜ່ອນຄວາມ ສ່ຽງ ແລະ ການຄຸ້ມຄອງໄພພິບັດ ໂດຍສຸມໃສ່ການຟື້ນຟູຄວາມເສຍຫາຍ ແລະ ການສູນເສຍໃນລະດັບທ້ອງ ຖິ່ນເປັນພິເສດ. ພວກເຮົາຕ້ອງປັບປຸງລະບົບການປົກປ້ອງທາງສັງຄົມ ແລະ ຄວາມເຂັ້ມແຂງຂອງຊຸມຊົນ ເພື່ອຊ່ວຍໃຫ້ປະຊາຊົນຂອງພວກເຮົາສາມາດຟື້ນຕົວຈາກໄພທຳມະຊາດໄດ້ຢ່າງມີປະສິດທິຜົນ, ພ້ອມທັງຮັບ ປະກັນໃຫ້ວຽກງານການຟື້ນຟູມີລັກສະນະທົ່ວເຖິງ ແລະ ເຂົ້າເຖິງກຸ່ມຄົນດ້ອຍໂອກາດທີ່ສຸດໃນເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ. ຂ່າວ: ກອງເລຂາເສົາຄ້ຳ ASCC ລາວ.
ທີ່ມາ: ປະຊາຊົນ

