ພຽງ 10 ວັນຂອງເດືອນ ມີນາ 2026, ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ປັບຂຶ້ນລາຄານໍ້າເຊື້ອໄຟທຸກປະເພດ ເປັນຄັ້ງທີ 3 ແລ້ວຊຶ່ງຄັ້ງທີ 3 ນີ້ຈະເລີ່ມປະຕິບັດ ແຕ່ເວລາ 6 ໂມງ ຂອງມື້ນີ້ໂດຍປັບຂຶ້ນລາຄານໍ້າມັນແຊັດຊັງພິເສດ + 6,560 ກີບ/ລິດ, ແອັດຊັງທໍາມະດາ + 5,030 ກີບ/ລິດ ແລະ ກາຊວນ + 3,550 ກີບ/ລິດ.
ລາຄານໍ້າມັນໃນປັດຈຸບັນຢູ່ນະຄອນຫຼວງວຽງຈັນ: ແອັດຊັງພິເສດ 38,130 ກີບ/ລິດ; ແອັດຊັງທໍາມະດາ 32,100 ກີບ/ລິດ ແລະ ກາຊວນ 32,980 ກີບ/ລິດ.

