ສະໜາມບິນສາກົນບໍ່ແກ້ວ (BOR) ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງແຂວງບໍ່ແກ້ວໄດ້ມີພິທີເປີດໃຫ້ບໍລິການຢ່າງເປັນທາງການເມື່ອມໍ່ໆມານີ້ໂດຍການ ເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ.
ທ່ານ ນາງ ທຽນທອງ ໂສພາ ຜູ້ອຳນວຍການສະໜາມບິນສາກົນບໍ່ແກ້ວ ໄດ້ລາຍງານການຈັດຕັ້ງປະຕິບັດ ສະໜາມບິນສາກົນບໍ່ແກ້ວວ່າ: ສະໜາມບິນດັ່ງກ່າວຕັ້ງຢູທີ່ບ້ານໃຫຍ່ສີເມືອງງາມ ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ, ຫ່າງຈາກເຂດເສດຖະກິດພິເສດສາມຫຼຽມຄໍາ ປະມານ 5 ກິໂລແມັດ, ກໍ່ສ້າງໃນປີ 2021-2023 ຕາມມາດຕະຖານ ICAO 4C ແລະ ເປັນສະໜາມບິນໃຫຍ່ອັນດັບ 3 ຂອງລາວ; ມີຮັນເວຍາວ 2,500 ແມັດ ສາມາດຮອງຮັບເຮືອບິນ Airbus A320 ແລະ Boeing B737. ສະໜາມບິນມີອາຄານຜູ້ໂດຍສານທັນສະໄໝ, ມີການແຍກໂຊນພາຍໃນ ແລະ ຕ່າງປະເທດຢ່າງຊັດເຈນ, ມີ 18 ເຄົາເຕີເຊັກອິນ, ມີປະຕູປ່ອຍໂດຍສານ ຈໍານວນ 04 ປະຕູ ແລະ ມີ 02 ຂົວທຽບເຮືອບິນ (ງວງຊ້າງ). ສາມາດຮອງຮັບຜູ້ໂດຍສານໄດ້ສູງສຸດກວ່າ 630 ຄົນຕໍ່ຊົ່ວໂມງ, ພ້ອມທັງຍັງມີສາງນ້ຳມັນຂະໜາດ 400,000 ລິດ ພ້ອມອຸປະກອນພາກພື້ນຄົບຊຸດ ແລະ ຫ້ອງຮັບຮອງ VIP ລະດັບສູງ. ປັດຈຸບັນ ມີ 3 ສາຍການບິນເຂົ້າປະຈຳການ ໄດ້ແກ່ : Lanexang Airways International, Lao Airlines ແລະ Lao Skyway. ໃນອານາຄົດຍັງມີແຜນຈະເປີດສາຍການບິນພາຍໃນປະເທດໄປແຂວງຫົວພັນ, ຊຽງຂວາງ, ສະຫວັນນະເຂດ, ຈຳປາສັກ ແລະ ມີແຜນເປີດສາຍການບິນສາກົນລະຫວ່າງປະເທດໄປບາງກອກ, ຊຽງໃໝ່, ຮ່າໂນ່ຍ, ໂຮຈີມິນ, ຄຸນໝິງ, ກວາງໂຈວ, ຮ່ອງກົງ, ພະນົມເປັນ, ສຽມຣຽບ ແລະ ເມືອງສຳຄັນອື່ນໆ. ສາຍການບິນ ບໍ່ແກ້ວ – ຊຽງໃໝ່ ຈະເປັນສາຍການບິນສາກົນສາຍທຳອິດ ຫຼັງຈາກສະໜາມບິນໄດ້ຮັບຮອງເປັນສະໜາມບິນສາກົນ. ສະໜາມບິນສາກົນບໍ່ແກ້ວນິ້ເປັນໂຄງການສຳຄັນຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ ໃນການຕອບສະໜອງຕໍ່ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ຊ່ວຍຜັກດັນຍຸດທະສາດຂອງລາວ, ໃນການຫັນປ່ຽນຈາກ “ປະເທດບໍ່ມີທາງອອກສູ່ທະເລ” ໄປສູ່ “ສູນກາງການເຊື່ອມໂຍງ”.
ຂ່າວ: ເຂດເສດຖະກິດພິເສດສາມຫຼ່ຽມຄຳ

