ໝາກເຫັບຕົກ ພ້ອມກັບຝົນຕົກໃນ ຕອນແລງມື້ວານນີ້ ໄດ້ທຳລາຍຊັບສິນ ເຊັ່ນ:ເຮືອນ ແລະ ພາຫະນະຂອງປະຊາຊົນ ຢ່າງຫຼວງຫຼາຍ ຢູ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ໝາກເຫັບ ໄດ້ຕົກໃສ່ ລົດ ແລະ ຫຼັງຄາເຮືອນເຮັດໃຫ້ແວ່ນລົດແຕກ, ຫຼັງຄາມຸງດ້ວຍ ກະເບື້ອງ, ຊີແພັກ ແລະ ສັງກະສີ ແຕກ ແລະ ຊອດເປັນຮູ ແລະ ເພດານ ເປ່ເພ. ປະຊາຊົນຜູ້ຖືກກະທົບ ຈຳນວນຫຼວງຫຼາຍ ຕ້ອງໄດ້ໄປອາໄສເຮືອນພີ່ນ້ອງຢູ່ຊົ່ວຄາວ ເພາະພາຍໃນເຮືອນປຽກ ແລະ ມີເສດຂອງກະເບື້ອງ ແລະ ເພດານ ຕົກລົງຊະຊາຍ.
ປະຊາຊົນຜູ້ທີ່ຖືກກະທົບ ຢູ່ບ້ານວຽງຄຳ ເມືອງ ສີໂຄດຕະບອງ ເວົ້າໃນຕອນເຊົ້າມື້ນີ້ວ່າ: ເຮືອນຂອງລາວເອງ ກໍ່ຖືກໝາກເຫັບຕົກ ໃສ່ ແລະ ເຮັດໃຫ້ຫຼັງຄາເພໝົດທັງຫຼັງ. ຫຼັງຄາ ເຮືອນຂອງລາວ ມຸງດ້ວຍກະເບື້ອງ ແລະ ສັງກະສີອາລູຊິງ. ກະເບື້ອງແຕກຫັກ ແລະ ສັງກະສີຊອດເປັນຮູ . ແຕ່ໂຊກດີບໍ່ມີໃຜໄດ້ຮັບບາດເຈັບ. ລາວເວົ້າອີກວ່າ ຂະໜາດຂອງໝາກເຫັບບາງໜ່ວຍ ສໍ່າກັບກຳປັ້ນ ຕົກລົງເປັນຮ່າ. ລາວກ່າວອີກວ່າ: ເວລາໝາກເຫັບ ແລະ ຝົນຕົກ ທຸກຄົນພາຍໃນຄອບຄົວ ພາກັບຢືນແນບຕິດຝາເຮືອນໄວ້ ເພື່ອປ້ອງກັບບໍ່ໃຫ້ໝາກເຫັບຕົກໃສ່.
ລາວລາຍງານຕື່ມອີກວ່າ: ບ້ານວຽງຄຳ ຖືກກະທົບຮ້າຍແຮງ ເຮືອນຈຳນວນຫຼວງຫຼາຍ ຖືກຜົນກະທົບ ຈາກໄພທຳມະຊາດດັ່ງກ່າວ. ຫຼັງຄາ ໂຮງຮຽນ ຈຳນວນ3 ຫຼັງ ເປ່ເພເສຍຫາຍໝົດ.
ປະຈຸບັນປະຊາຊົນ ກຳລັງອະນາໄມເຮືອນ ເຊັ່ນ: ຂົນເອົາເສດຫຼັງຄາແຕກຫັກອອກ ແລະ ເຄຶ່ອງນຸ່ງ ບ່ອນນອນ ອອກຕາກແດດ.
ເຮືອນ ຂອງຄູອາຈານ ຢູ່ບັນດາໂຮງຮຽນພາກເອກະຊົນ ຢູ່ພາຍໃນເມືອງດັ່ງກ່າວ ກໍ່ໄດ້ຮັບການລາຍງານ ວ່າຖືກກະທົບເຊັ່ນກັນ.
ອິງຕາມຄະນະຮັບຜິດຊອບ ໂຮງຮຽນພາກເອກະຊົນ, ປະຈຸບັນໄດ້ຮັບລາຍງານເບຶ້ອງຕົ້ນ ຈາກບັນດາໂຮງຮຽນຕ່າງໆ ວ່າ ມີເຮືອນຄູ ອາຈານ ຈຳນວນ 125 ຄົນ ຈາກ 16 ໂຮງຮຽນ ໄດ້ຮັບຄວາມເສຍຫາຍ.
ປະຈຸບັນ ຍັງບໍ່ທັນມີການລາຍງານຢ່າງເປັນທາງການຈາກເຈົ້າໜ້າທີ່ກ່ຽວກັບການປະເມີນຜົນກະທົບ ແລະ ຜົນເສຍຫາຍ ທັງໝົດພາຍໃນເມືອງ.

