ໝາກ​ເ​ຫັບຕົກ ທຳ​ລາຍ​ເຮືອນ ແລະ ພາ​ຫະ​ນະ ຢ່າງຫຼວງຫຼາຍ ຢູ່ ເມືອງ​ສີ​ໂຄດ​ຕະ​ບອງ

ໝາກ​ເ​ຫັບຕົກ ທຳ​ລາຍ​ເຮືອນ ແລະ ພາ​ຫະ​ນະ ຢ່າງຫຼວງຫຼາຍ ຢູ່ ເມືອງ​ສີ​ໂຄດ​ຕະ​ບອງ

ໝາກ​ເຫັບຕົກ ພ້ອມ​ກັບ​ຝົນ​ຕົກໃນ ​ຕອນ​ແລງມື້​ວານນີ້ ໄດ້​ທຳ​ລາຍ​ຊັບ​ສິນ ເຊັ່ນ:​ເຮືອນ ແລະ ພາ​ຫະ​ນະ​ຂອງ​ປະ​ຊາ​ຊົນ ຢ່າງຫຼວງຫຼາຍ ຢູ່​ເມືອງ​ສີ​ໂຄດຕະບອງ ນະ​ຄອນຫຼວງ​ວຽງ​ຈັນ.

ໝາກ​ເ​ຫັບ​ ໄດ້​ຕົກ​ໃສ່ ລົດ ແລະ ຫຼັງ​ຄາ​ເຮືອນ​ເຮັດ​ໃຫ້ແວ່ນລົດ​ແຕກ, ​ຫຼັງ​ຄາ​ມຸງ​ດ້ວຍ ກະ​ເບື້ອງ, ຊີ​ແພັກ ແລະ ສັງ​ກະ​ສີ ແຕກ ແລະ ຊອດເປັນ​ຮູ ແລະ  ເພ​ດານ ​ເປ່​ເພ. ປະ​ຊາ​ຊົນ​ຜູ້​ຖືກ​ກະ​ທົບ ຈຳ​ນວນຫຼວງຫຼາຍ ຕ້ອງ​ໄດ້​ໄປ​ອາໄສ​ເຮືອນ​ພີ່​ນ້ອງຢູ່​ຊົ່ວ​ຄາວ ເພາະ​ພາຍ​ໃນ​ເຮືອນ​ປຽກ ແລະ ມີ​ເສດ​ຂອງ​ກະ​ເບື້ອງ ແລະ ເພ​ດານ ຕົກ​ລົງ​​ຊະ​ຊາຍ.

ປະ​ຊາ​ຊົນຜູ້​ທີ່ຖືກ​ກະ​ທົບ ຢູ່​ບ້ານ​ວຽງ​ຄຳ ເມືອງ ສີ​ໂຄດ​ຕະ​ບອງ ເວົ້າ​ໃນຕອນ​ເຊົ້າ​ມື້​ນີ້​ວ່າ: ເຮືອນ​ຂອງ​ລາວເອງ ກໍ່ຖືກ​​ໝາກ​ເຫັບ​ຕົກ ໃສ່ ແລະ ເຮັດ​ໃຫ້ຫຼັງ​ຄາເພ​ໝົດ​ທັງຫຼັງ. ຫຼັງ​ຄາ ເຮືອນ​ຂອງ​ລາວ ມຸງ​ດ້ວຍ​ກະ​ເບື້ອງ ແລະ ສັງ​ກະ​ສີອາລູຊິງ. ກະ​ເບື້ອງແຕກ​ຫັກ ແລະ ສັງ​ກະ​ສີຊອດເປັນ​ຮູ . ແຕ່​ໂຊກ​ດີ​ບໍ່​ມີ​ໃຜ​ໄດ້ຮັບບາດ​ເຈັບ. ລາວເວົ້າອີກວ່າ ຂະ​ໜາດ​ຂອງໝາກ​ເຫັບ​ບາງ​ໜ່ວຍ​ ສໍ່າ​ກັບ​ກຳ​ປັ້ນ ຕົກ​ລົງ​ເປັນ​ຮ່າ. ລາວ​ກ່າວ​ອີກວ່າ: ເວ​ລາ​ໝາກ​ເຫັບ ແລະ ຝົນ​ຕົກ ທຸກ​ຄົນ​ພາຍ​ໃນ​ຄອບ​ຄົວ ພາ​ກັບ​ຢືນແນບ​ຕິດ​ຝາ​ເຮືອນ​ໄວ້ ເພື່ອ​ປ້ອງ​ກັບ​ບໍ່​ໃຫ້​ໝາກ​ເຫັບ​ຕົກ​ໃສ່.

ລາວ​ລາຍ​ງານ​ຕື່ມ​ອີກວ່າ: ບ້ານ​ວຽງ​ຄຳ​ ຖືກ​ກະ​ທົບຮ້າຍ​ແຮງ ເຮືອນ​ຈຳ​ນວນຫຼວງຫຼາຍ ຖືກ​ຜົນ​ກະ​ທົບ​ ຈາກ​ໄພ​ທຳ​ມະ​ຊາດດັ່ງ​ກ່າວ. ຫຼັງ​ຄາ ໂຮງ​ຮຽນ​ ຈຳ​ນວນ3 ຫຼັງ ​ເປ​່ເພ​ເສຍ​ຫາຍໝົດ.

ປະ​ຈຸ​ບັນ​ປະ​ຊາ​ຊົນ ກຳ​ລັງ​ອະນາ​ໄມ​ເຮືອນ ​​ເຊັ່ນ: ຂົນເອົາເສດຫຼັງ​ຄາແຕກ​ຫັກອອກ ແລະ ເຄຶ່ອງ​ນຸ່ງ ບ່ອນນອນ ອອກ​ຕາກ​ແດດ.

ເຮືອນ ຂອງຄູ​ອາ​ຈານ ຢູ່​ບັນ​ດາ​ໂຮງ​ຮຽນ​ພາກເອ​ກະ​ຊົນ ຢູ່​ພາຍໃນ​ເມືອງ​ດັ່ງ​ກ່າວ ກໍ່ໄດ້​ຮັບ​ການ​ລາຍ​ງານ ວ່າຖືກກະ​ທົບເຊັ່ນ​ກັນ.

ອິງ​ຕາມ​ຄະ​ນະ​ຮັບ​ຜິດຊອບ ໂຮງ​ຮຽນ​ພາກ​ເອ​ກະ​ຊົນ, ປະ​ຈຸບັນ​ໄດ້​ຮັບ​ລາຍ​ງານ​ເບຶ້ອງ​ຕົ້ນ ​ຈາກ​ບັນ​ດາ​ໂຮງ​ຮຽນຕ່າງໆ ​ວ່າ ມີເຮືອນ​ຄູ ອາ​ຈານ ຈຳ​ນວນ 125 ຄົນ ​ຈາກ 16 ໂຮງ​ຮຽນ ໄດ້ຮັບຄວາມ​ເສຍ​ຫາຍ.

ປະ​ຈຸບັນ ​ຍັງ​ບໍ່​ທັນ​ມີ​ການ​ລາຍ​ງານ​ຢ່າງ​ເປັນ​ທາງ​ການ​ຈາກ​ເຈົ້າ​ໜ້າ​ທີ່​ກ່ຽວ​ກັບການ​ປະ​ເມີນ​ຜົນ​ກະ​ທົບ ແລະ ຜົນ​ເສຍ​ຫາຍ ​ທັງ​ໝົດພາຍ​ໃນ​ເມືອງ.

Related Articles

Leave a Reply