ໃນໄລຍະ 5 ປີຜ່ານມາ (2021-2025) ອົງການກວດກາແຫ່ງລັດໄດ້ສຳເລັດ ກວດກາໂຄງການລົງທຶນຂອງລັດຕາມຜົນການກວດສອບ ຈໍານວນ 156 ໂຄງການ, ໄດ້ກວດກາໂຄງການລົງທຶນຂອງລັດ (ມູນຄ່າສິບຕື້ກີບຂຶ້ນໄປ ແລະ ຫຼຸດສິບຕື້ກີບລົງມາ) ທັງໝົດ 4.172 ໂຄງການ; ໄດ້ຕິດຕາມ, ກວດກາ ໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ລວມທັງໝົດ 77 ໂຄງການ ແລະ ໄດ້ພົບເຫັນຫຼາຍໂຄງການດໍາເນີນບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການວາງອອກ ແລະ ໄດ້ດໍາເນີນການສືບສວນ-ສອບສວນຕໍ່ພະນັກງານ ທີ່ມີພຶດຕິກຳສວຍໃຊ້ໜ້າທີ່ຕໍາແໜ່ງ, ການໃຫ້-ຮັບສິນບົນ, ພຶດຕິກຳການສໍ້ລາດບັງຫຼວງ. ປັດຈຸບັນ ເປົ້າໝາຍຈໍານວນໜຶ່ງຍັງຢູ່ຂັ້ນຕອນສືບສວນ-ສອບສວນ ເກັບກຳຂໍ້ມູນລະອຽດ ແລະ ເປົ້າໝາຍຈໍານວນໜຶ່ງ ກໍໄດ້ສະຫຼຸບສໍານວນຄະດີສົ່ງໃຫ້ໄອຍະການ ເພື່ອພິຈາລະນາຕາມຂັ້ນຕອນຂອງກົດໝາຍ.
ຂໍ້ມູນທີ່ກ່າວມາຂ້າງເທິ່ງນັ້ນແມ່ນບາງຕອນທີ່ສໍາຄັນ ທີ່ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານໃນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 25 ມີນາ 2026 ທີ່ຜ່ານມານີ້.

