ພົບເງິນລະເມີດວິໄນ ສູງເຖິງ 37,600 ຕື້ກວ່າກີບແຕ່ເກັບຄືນໄດ້ພຽງແຕ່ 7,000 ຕື້ກວ່າ

ພົບເງິນລະເມີດວິໄນ ສູງເຖິງ 37,600 ຕື້ກວ່າກີບແຕ່ເກັບຄືນໄດ້ພຽງແຕ່ 7,000 ຕື້ກວ່າ

ໃນໄລຍະ 5 ປີຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ກວດພົບເງິນລະເມີດວິໄນ ສູງເຖິງ 37,600 ຕື້ກວ່າກີບແຕ່ສາມາດເກັບຄືນໄດ້ພຽງແຕ່ 7,000 ຕື້ກວ່າກີບ.

ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານໄລຍະ 5 ປີ (2021-2025) ຂອງອົງການກວດສອບແຫ່ງລັດ ຕໍ່ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດຊຸດທີ X, ໃນວັນທີ 25 ມີນາ 2026 ທີ່ຜ່ານມາວ່າ: ຕະຫຼອດໄລຍະ 5 ປີ ຜ່ານມາອົງການກວດສອບແຫ່ງລັດ ໄດ້ທົບທວນຄືນຜົນການກວດສອບ ແລະ ການແກ້ໄຂຜົນການກວດສອບ ທີ່ພົ້ນເດັ່ນ ເຊັ່ນ: ເງິນທີ່ ກວດສອບເຫັນເພີ່ມ, ໜີ້ຕ້ອງຮັບສ່ວຍສາອາກອນ, ໜີ້ຕ້ອງຮັບຊັບສິນ, ໜີ້ຕ້ອງຮັບອື່ນໆ, ຄ່າເຊົ່າສໍາປະທານ ແລະ ເງິນຮັກສາໄວ້ໃນບັນຊີລໍຖ້າ ໃນໄລຍະ 5 ປີ ຜ່ານມາ ສາມາດສັງລວມໄດ້ດັ່ງນີ້: ໃນປີ 2021 ກວດສອບເຫັນ ຈໍານວນ 6,721.71 ຕື້ກີບ, ແກ້ໄຂໄດ້ ຈໍານວນ 394.61 ຕື້ກີບ ເທົ່າກັບ 5.87%; ໃນປີ 2022 ກວດສອບເຫັນ ຈໍານວນ 3,961.39 ຕື້ກີບ, ແກ້ໄຂໄດ້ ຈໍານວນ 356.65 ຕື້ກີບ ເທົ່າກັບ 9.00%; ໃນປີ 2023 ກວດສອບເຫັນ ຈໍານວນ 5,192.42 ຕື້ກີບ, ແກ້ໄຂໄດ້ ຈໍານວນ ຈໍານວນ 718.38 ຕື້ກີບ ເທົ່າ ກັບ 13.84%; ໃນປີ 2024 ກວດສອບເຫັນ ຈໍານວນ 9,701.57 ຕື້ກີບ, ແກ້ໄຂໄດ້ ຈໍານວນ 5,303.17 ຕື້ກີບ ແລະ 310,000 ໂດລາສະຫະລັດ ເທົ່າກັບ 47.96%; ໃນປີ 2025 ກວດສອບເຫັນ ຈໍານວນ 12,033.56 ຕື້ກີບ, ສໍາລັບ ຜົນການແກ້ໄຂ ແມ່ນຈະສືບຕໍ່ກວດຄືນ ແລະ ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ ໃນທ້າຍປີ 2026.

ນັ້ນໜາຍຄວາມວ່າ, ໃນໄລຍະ 5 ປີຜ່ານມາໄດ້ກວດພົບເງິນລະເມີດວິໄນ ສູງເຖິງ 37,600 ຕື້ກວ່າກີບແຕ່ເກັບຄືນໄດ້ພຽງແຕ່ 7,000 ຕື້ກວ່າເທົ່ນນັ້ນ. 

Related Articles

Leave a Reply