ປະທານປະເທດ ແລະ ນາຍົກລັດຖະມົນຕີ ຕ້ອນຮັບປະທານທະນາຄານ ພັດທະນາອາຊີເຂົ້າຢ້ຽມຂໍ່ານັບ

ປະທານປະເທດ ແລະ ນາຍົກລັດຖະມົນຕີ ຕ້ອນຮັບປະທານທະນາຄານ ພັດທະນາອາຊີເຂົ້າຢ້ຽມຂໍ່ານັບ

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ມະຊະໂຕະ ຄັນດະ (Mr. Masato Kanda) ປະທານ ທະນາຄານພັດທະນາອາຊີ (ADB) ແລະ ຄະນະ ໃນຕອນບ່າຍຂອງມື້ນີ້ ທີ່ ທໍານຽບປະທານປະເທດເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມງານສະເຫຼີມສະຫຼອງ ຄົບຮອບ 60 ປີ ການເປັນຄູ່ຮ່ວມມື ລະຫວ່າງ ສປປ ລາວ ແລະ ທະນາຄານ ADB ໃນລະຫວ່າງວັນທີ 25-27 ມີນາ 2026.

ໃນໂອກາດດັ່ງກ່າວ, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຄັ້ງນີ້ຂອງ ທ່ານ ມະຊະໂຕະ ຄັນດະ ຊຶ່ງເປັນຄັ້ງທໍາອິດນັບແຕ່ໄດ້ຮັບການແຕ່ງຕັ້ງເປັນປະທານ ADB, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ແລະ ບົດບາດອັນສໍາຄັນຂອງ ທ່ານ ມະຊະໂຕະ ໃນການຊີ້ນໍາ-ນໍາພາ ADB ໃຫ້ມີບົດບາດສູງຂຶ້ນ ໃນການຊຸກຍູ້ການພັດທະນາ ພາກພື້ນອາຊີ-ປາຊີຟິກ ກໍຄື ບັນດາປະເທດສະມາຊິກຂອງ ADB ລວມທັງ ສປປ ລາວ ຕະຫລອດໄລຍະຜ່ານມາ. ທ່ານ ທອງລຸນ ສີສຸລິດ ໄດ້ຢໍ້າວ່າ ສປປ ລາວ ຍາມໃດກໍຖືວ່າ ADB ເປັນຄູ່ຮ່ວມມືເພື່ອການພັດທະນາທີ່ສໍາຄັນຍິ່ງຂອງ ສປປ ລາວ ແລະ ສະແດງຄວາມຊົມເຊີຍທີ່ສອງຝ່າຍຈະຮ່ວມກັນສະເຫຼີມສະຫຼອງການເປັນຄູ່ຮ່ວມມືຄົບຮອບ 60 ປີ ອັນມີຄວາມໝາຍສໍາຄັນດັ່ງກ່າວ, ພ້ອມທັງໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ຕໍ່ການເປັນຄູ່ຮ່ວມມືທີ່ດີຂອງ ADB ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນຫຼາຍດ້ານ ໂດຍສະເພາະແມ່ນການພັດທະນາເສດຖະກິດ-ສັງຄົມ ລວມທັງໃນໄລຍະທີ່ຜະເຊີນກັບຄວາມຫຍຸ້ງ ຍາກ ແລະ ວິກິດການ ຊຶ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການສ້າງສະຖຽນລະພາບທາງດ້ານເສດຖະກິດ-ສັງຄົມ ກໍຄື ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ.

ໃນໂອກາດດຽວກັນນີ້, ທ່ານ ມະຊະໂຕະ ຄັນດະ ປະທານ ADB ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການເປັນຄູ່ຮ່ວມມື ລະຫວ່າງ ສປປ ລາວ ແລະ ADB ຕະຫຼອດໄລຍະ 60 ປີຜ່ານມາ, ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ ໃນສັງກາດໃໝ່ໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.

ໃນເວລາຕໍ່ມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ມະຊະໂຕະ ຄັນດະ (Mr. Masato Kanda) ປະທານທະນາຄານພັດທະນາອາຊີ (ADB) ພ້ອມດ້ວຍຄະນະ ເຊັ່ນກັນ ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ.

ທີ່ມາຂ່າວ: ກະຊວງການຕ່າງປະເທດ.

Related Articles

Leave a Reply