ນາຍົກລັດຖະມົນຕີ ແລະ ຄະນະຢ້ຽມຢາມ-ມອບເຄື່ອງຊ່ວຍເຫຼືອປະຊາຊົນ ທີ່ຖືກຜົນກະທົບຈາກພະຍຸໝາກເຫັບ

ນາຍົກລັດຖະມົນຕີ ແລະ ຄະນະຢ້ຽມຢາມ-ມອບເຄື່ອງຊ່ວຍເຫຼືອປະຊາຊົນ ທີ່ຖືກຜົນກະທົບຈາກພະຍຸໝາກເຫັບ

ເມື່ອມໍ່ໆມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ມອບເງິນຊ່ວຍເຫຼືອ ໃຫ້ປະຊາຊົນ ບ້ານໂພນສົມບູນທີ່ໄດ້ຮັບຜົນ ກະທົບໜັກຈາກພະຍຸໝາກເຫັບ ໃນວັນທີ 22 ມີນາຜ່ານມາໂດຍໃຫ້ປະຊາຊົນທີ່ຫຍຸ້ງຍາກຂາດເຂີນ 6 ຄອບຄົວ (15 ລ້ານກີບ/ຄອບຄົວ); ຄະນະນຳນະຄອນຫຼວງວຽງຈັນ ກໍໄດ້ມອບໃຫ້ປະຊາຊົນອີກ 30 ຄອບຄົວ (5 ລ້ານກີບ/ຄອບຄົວ); ນອກນັ້ນ, ນາຍົກລັດຖະມົນຕີໄດ້ມອບເຄື່ອງໃຫ້ຄະນະໄພພິບັດນະຄອນຫຼວງວຽງຈັນ ເພື່ອແຈກຢາຍຊ່ວຍເຫຼືອປະຊາຊົນຕື່ມຢູ່ເຂດເມືອງສີໂຄດ ແລະ ເມືອງນາຊາຍທອງ ປະກອບມີ: ເຄື່ອງໃຊ້ຄົວເຮືອນ 200 ຊຸດ, ສາດຢາງ 200 ຜືນ, ເຂົ້າສານຈ້າວ 25 ໂຕນ ແລະ ມຸ້ງ 200 ດາງ ຕື່ມອີກ.

ທ່ານ ທະວີໄຊ ເໝົາຊົມພູ ຮອງເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ໄດ້ລາຍງານກ່ຽວກັບຜົນກະທົບຈາກພະຍຸໝາກເຫັບຕົກໃຫ້ຮູ້ວ່າ: ໃນວັນທີ 22 ມີນາ 2026 ທີ່ຜ່ານມາໄດ້ເກີດມີພະຍຸໝາກເຫັບຕົກຢູ່ 2 ເມືອງຄື: ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ຊຶ່ງມີຜູ້ໄດ້ຮັບຜົນກະທົບທັງໝົດ 6.277 ຫຼັງຄາເຮືອນ. ໃນນັ້ນ, ເມືອງສີໂຄດຕະບອງມີ 10 ບ້ານ 5.455 ຫຼັງຄາເຮືອນ, ໂຮງຮຽນ 11 ແຫ່ງ, ວັດ 2 ແຫ່ງ, ຫ້ອງການບ້ານ 1 ຫຼັງ, ສຸກສາລາບ້ານ 1 ແຫ່ງ, ສູນຜະລິດຢາວັກຊິນ 1 ແຫ່ງ, ລົດໃຫຍ່ເປ່ເພ 53 ຄັນ ແລະ ປະຊາຊົນໄດ້ຮັບບາດເຈັບ 9 ຄົນ ແລະ ຄ້າຍທະ ຫານກອງພັນໃຫຍ່ ຈໍ 11 ໄດ້ຮັບຜົນເສຍຫາຍຈຳນວນ 109 ຫຼັງ. ສ່ວນເມືອງນາຊາຍທອງ ມີ 8 ບ້ານ ຈຳນວນ 822 ຫຼັງຄາເຮືອນ. ຈຸດທີ່ໄດ້ຮັບຜົນກະທົບໜັກທີ່ສຸດແມ່ນ ເຂດເມືອງສີໂຄະຕະບອງ ເປັນຕົ້ນ ບ້ານວຽງຄຳ ມີເຮືອນປະຊາຊົນເສຍຫາຍ 1.593 ຫຼັງ, ຫ້ອງການບ້ານ 1 ຫຼັງ, ໂຮງຮຽນປະຖົມ 1 ແຫ່ງ, ລົດໃຫຍ່ເປ່ເພ 14 ຄັນ ແລະ ປະຊາຊົນບາດເຈັບ 8 ຄົນ; ບ້ານຈັນສະຫວ່າງ ເຮືອນປະຊາຊົນເສຍຫາຍ 1.669 ຫຼັງ, ວັດ 1 ແຫ່ງ, ໂຮງຮຽນມັດທະຍົມ 1 ແຫ່ງ, ໂຮງຮຽນອະນຸບານ 1 ແຫ່ງ, ສຸກສາລາບ້ານ 1 ແຫ່ງ, ສູນຜະລິດຢາວັກຊິນ 1 ແຫ່ງ ແລະ ໄດ້ຢຸດການຮຽນ 3 ໂຮງຮຽນ; ບ້ານໂພນສົມບູນ ເຮືອນປະຊາຊົນເສຍຫາຍ 703 ຫຼັງ, ສະເພາະ ຄຸ້ມທະ ຫານ ມີເຮືອນປະຊາຊົນເສຍຫາຍ 36 ຫູັງ. ໃນນີ້, ມີຄອບຄົວທຸກຍາກ 7 ຫຼັງຄາເຮືອນ. ຜ່ານມາ ສະເພາະ ບ້ານໂພນສົມບູນ ໄດ້ຮັບການຊ່ວຍເຫຼືອເບື້ອງຕົ້ນ ເຂົ້າສານ 1 ໂຕນ ແລະ ເຄື່ອງໃຊ້ໄຟຟ້າຈຳນວນໜຶ່ງ.

ທີ່ມາແຫຼ່ງຂໍ້ມູນ: ຂປລ

Related Articles

Leave a Reply