ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ວ່າດ້ວຍການຮັບຮອງເອົາການເລືອກຕັ້ງນາຍົກລັດຖະມົນຕີ, ໂຄງປະກອບກົງຈັກລັດຖະບານ, ການແຕ່ງຕັ້ງຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ, ໃນຕອນເຊົ້າ ວັນທີ 30 ມີນານີ້, ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ເປີດກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະລັດຖະບານ ຊຸດທີ X ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສິພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງຄົບຖ້ວນ.
ກອງປະຊຸມຄັ້ງນີ້, ດໍາເນີນເປັນເວລາ 1 ວັນເຄິ່ງ ໂດຍຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື:ຮ່າງແຜນດໍາເນີນງານຂອງລັດຖະບານຊຸດທີ X (2026-2030);ຮ່າງລະບຽບການ ແລະ ກົນໄກການເຮັດວຽກຂອງລັດຖະບານຊຸດທີ X;
ຮ່າງຂໍ້ຕົກລົງ ວ່າດ້ວຍແບ່ງຄວາມຮັບຜິດຊອບ ຂອງທ່ານນາຍົກ-ຮອງນາຍົກລັດຖະມົນຕີ;
ຮ່າງຂໍ້ຕົກລົງແບ່ງຄວາມຮັບຜິດຊອບໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງລົງຊ່ວຍນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ;
ບັນຊີໂຄງການລະດັບຊາດໄລຍະ 5 ປີ (2026-2030) ທີ່ດຶງດູດການລົງທຶນຈາກພາກເອກະຊົນ;
ແຜນຜັນຂະຫຍາຍການປະຕິບັດນະໂຍບາຍ ແລະ ມາດຕະການສົ່ງເສີມລົດໄຟຟ້າ (EV) ກໍຄືການນໍາໃຊ້ພະລັງງານທາງເລືອກອື່ນໆຢູ່ ສປປ ລາວ;
ບັນຊີໂຄງການລະດັບຊາດທີ່ເປັນການລົງທຶນຂອງລັດ.
ກອງປະຊຸມ ໄດ້ເປີດຂຶ້ນໃນທ່າມກາງບັນຍາກາດ ທີ່ສະພາບແວດລ້ອມພາກພື້ນ ແລະ ສາກົນຍັງສືບຕໍ່ຜັນແປຢ່າງສັບສົນໂດຍສະເພາະຂໍ້ຂັດແຍ່ງຂອງບັນດາປະເທດໃຫຍ່ ແລະ ບັນດາປະເທດຕາເວັນອອກກາງ ເຮັດໃຫ້ມີຜົນກະທົບໂດຍກົງຕໍ່ການສະໜອງ ແລະ ລາຄານໍ້າມັນເຊື້ອໄຟຂອງປະເທດເຮົາ, ຊຶ່ງໝາຍຄວາມວ່າ ລັດຖະບານ ຊຸດທີ X ໄດ້ເລີ່ມຕົ້ນການປະຕິບັດໜ້າທີ່ ໃນສະພາບແວດລ້ອມທີ່ເຄັ່ງຮ້ອນ ແລະ ສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນ: ຄວາມໝັ້ນຄົງທາງດ້ານພະລັງງານ; ການຫັນເປັນດີຈີຕອນ ແລະ ຊັບພະຍາກອນມະນຸດ; ການບໍລິຫານ ແລະ ກົນໄກຈຳນວນໜຶ່ງ ທີ່ຍັງອຸດຕັນການຈັດຕັ້ງປະຕິບັດແນວ ທາງຂອງພັກ-ລັດ ກໍຄືບັນດາມະຕິ, ຄໍາສັ່ງ ແລະ ແຈ້ງການຂອງລັດຖະບານ ບໍ່ມີປະສິດທິຜົນເທົ່າທີ່ຄວນ; ໄພພິບັດທໍາມະຊາດ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ອື່ນໆ. ດ້ວຍເຫດນັ້ນ ສະມາຊິກລັດຖະບານ ຊຸດທີ X ຕ້ອງໄດ້ຮ່ວມແຮງຮ່ວມໃຈກັນປະຕິບັດໜ້າທີ່ ໃນພາລະກິດທີ່ຖືກມອບໝາຍຈາກປະຊາຊົນລາວບັນດາເຜົ່າ ໂດຍປະຕິບັດຕາມທິດຊີ້ນໍາ ຂອງສະຫາຍ ເລຂາທິການໃຫຍ່ ຄື: ສ້າງລັດຖະບານຊຸດທີ X ຫັນເຂົ້າສູ່ “ການເວົ້າໃຫ້ໄປສູ່ການກະທໍາຕົວຈິງ”, ຕ້ອງເດັດດ່ຽວແກ້ໄຂສະພາບ “ເວົ້າຫຼາຍເຮັດໜ້ອຍ ຫຼື ບໍ່ເຮັດ, ເວົ້າມີວາທະສິນຈົບງາມ, ເປັນຕາຟັງ ແຕ່ເຮັດຫຍັງບໍ່ໄດ້ ຫຼື ບໍ່ໄດ້ເຮັດຫຍັງອອກມາໃຫ້ເປັນຜົນໄດ້ຮັບ ຫຼື ເກີດຜົນທີ່ສາມາດຈັບຕ້ອງໄດ້…”; ເປັນເຈົ້າການຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ແລະ ບັນດາມະຕິຂອງສະພາແຫ່ງຊາດ ວາງອອກດ້ວຍຄວາມຮັບຜິດຊອບສູງ.
ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ຮຽກຮ້ອງມາຍັງບັນດາທ່ານສະມາຊິກລັດຖະບານ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ແທດກັບສະພາບຄວາມເປັນຈິງ ຂອງແຕ່ລະບັນຫາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ບັນລຸຕາມຄາດໝາຍທີ່ວາງໄວ້. ພິເສດ ກອງປະຊຸມຄັ້ງນີ້ ຍັງຈະໄດ້ຮັບຟັງການໂອ້ລົມ ຈາກສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ເພື່ອເປັນເຂັມຊີ້ທິດເຍືອງທາງ, ເປັນກໍາລັງໃຈ ໃຫ້ແກ່ລັດຖະບານຊຸດໃໝ່.

