ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ອວຍພອນປີໃໝ່ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພ.ສ 2568, ຕ້ອນຮັບປີໃໝ່ ພ.ສ 2569

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ອວຍພອນປີໃໝ່ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພ.ສ 2568, ຕ້ອນຮັບປີໃໝ່ ພ.ສ 2569

ພີ່ນ້ອງຮ່ວມຊາດ, ເພື່ອນມິດ ທີ່ຮັກແພງທັງຫຼາຍ !

ໃນໂອກາດສົ່ງທ້າຍປີເກົ່າ, ປີມະເສັງພ.ສ 2568 ແລະ ຕ້ອນຮັບປີໃໝ່, ປີມະເມຍພ.ສ 2569ທີ່ຈະມາເຖິງນີ້,ຂ້າພະເຈົ້າ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນອັນປະເສີດໄປຍັງພໍ່ແມ່ພີ່ນ້ອງຊາວລາວໃນທົ່ວປະເທດ, ພີ່ນ້ອງຊາວລາວທີ່ກຳລັງດໍາລົງຊີວິດຢູ່ຕ່າງປະເທດກໍຄື ເພື່ອນມິດຊາວຕ່າງປະເທດທີ່ກຳລັງດໍາລົງຊີວິດ ແລະ ເຮັດວຽກຢູ່ ສປປ ລາວ ທຸກທົ່ວໜ້າ.

ປີມະເສັງທີ່ກຳລັງຈະຜ່ານພົ້ນໄປເປັນປີທີ່ມີຄວາມໝາຍສໍາຄັນ ແລະ ເປັນປີແຫ່ງຄວາມພາກພູມໃຈ ຂອງປວງຊົນລາວທັງຊາດທີ່ໄດ້ຮ່ວມກັນສະເຫຼີມສະຫຼອງວັນສະຖາປະນາສປປ ລາວ ຄົບຮອບ 50 ປີ ດ້ວຍຄວາມເອກອ້າງທະນົງໃຈ, ໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີXII ຂອງພັກ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງຊຸດທີ V ດ້ວຍຜົນສຳເລັດຢ່າງສະຫງ່າງາມ. ປີທີ່ຜ່ານມາ, ເຖິງວ່າພວກເຮົາຈະປະເຊີນກັບສິ່ງທ້າທາຍນາໆປະການ, ແຕ່ດ້ວຍຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ການສະໜັບສະໜູນຊ່ວຍເຫຼືອຈາກປະເທດເພື່ອນມິດແລະອົງການຈັດຕັ້ງສາກົນ,ພວກເຮົາສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໄປໄດ້ໂດຍດີ ແລະ ຍາດໄດ້ຜົນສໍາເລັດທີ່ເປັນຮູບປະທໍາຫຼາຍດ້ານ,ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຟື້ນຕົວ ແລະ ຂະຫຍາຍຕົວດ້ວຍທ່ວງທ່າດີຂຶ້ນ, ອິດທິພົນບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໄດ້ຮັບການເຊີດຊູສູງເດັ່ນຂຶ້ນຕື່ມ ແລະ ສືບຕໍ່ນຳພາປະເທດຊາດກ້າວເຂົ້າສູ່ສັງກາດໃໝ່ແຫ່ງການພັດທະນາ ໃນຊຸມປີຕໍ່ໜ້າ.

ປີມະເມຍພ.ສ2569 ທີ່ຈະມາເຖິງນີ້ ທົ່ວໂລກຍັງສືບຕໍ່ປະເຊີນກັບຄວາມຫຍຸ້ງຍາກສັບສົນ ທີ່ເກີດຈາກຜົນກະທົບ ຂອງຄວາມຂັດແຍ້ງ ແລະ ການປະທະກັນຢູ່ບາງພາກພື້ນ, ດັ່ງນັ້ນ ຈຶ່ງຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ກໍຄື ທຸກພາກສ່ວນໃນສັງຄົມ ຈົງສືບຕໍ່ເຊີດຊູນໍ້າໃຈຮັກຊາດ ແລະ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ອ້ອມຂ້າງສູນກາງພັກ ແລະ ລັດຖະບານ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກທີ່ຈະເກີດຂຶ້ນ, ອອກແຮງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີXII ຂອງພັກແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ5 ປີຄັ້ງທີX ໃຫ້ມີຜົນສຳເລັດເປັນຮູບປະທຳ, ເຊີດຊູຄວາມເປັນເຈົ້າປະເທດຊາດ, ປະກອບສ່ວນເຂົ້າໃນພາລະກິດພັດທະນາປະເທດຊາດຢ່າງແຂງແຮງຕາມທິດສີຂຽວ ແລະ ຍືນຍົງ ໃຫ້ມີຜົນສຳເລັດ.

ໃນວາລະອັນເປັນສິລິມຸງຄຸນນີ້, ຂ້າພະເຈົ້າຂໍສົ່ງຄໍາອວຍພອນໄຊອັນປະເສີດ ໃຫ້ພີ່ນ້ອງຮ່ວມຊາດໃນທົ່ວປະເທດຕະຫຼອດເຖິງພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດກໍຄືຊາວຕ່າງປະເທດທີ່ດຳລົງຊີວິດແລະປະຕິບັດໜ້າທີ່ຢູ່ສປປລາວຈົງມີສຸຂະພາບເຂັ້ມແຂງ, ມີຄວາມຢູ່ເຢັນເປັນສຸກ, ມີຜົນສໍາເລັດໃນໜ້າທີ່ວຽກງານແລະຂໍໃຫ້ການສະຫຼອງປີໃໝ່ລາວໃນປີນີ້ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນແລະມີຄວາມສະຫງົບປອດໄພທຸກປະການດ້ວຍເທີ້ນ.    ສະບາຍດີປີໃໝ່.

Related Articles

Leave a Reply