Vientiane Times Lao
ຄ່ານ້ຳປະປາແພງເກືອບເທົ່າໂຕຢູ່ນະຄອນຫຼວງ

ຄ່ານ້ຳປະປາແພງເກືອບເທົ່າໂຕຢູ່ນະຄອນຫຼວງ

ການເກັບເງິນຄ່ານ້ຳປະປາຢູ່ນະຄອນຫຼວງວຽງຈັນ ໂດຍສະເພາະເມືອງໄຊເຊດຖາ ໄດ້ມີລາຄາແພງຂຶ້ນຫຼາຍກວ່າທົບເຄິ່ງ ຖ້າທຽບໃສ່ໃບບິນເກັບເງິນຄ່ານໍ້າໃນເດືອນ ຜ່ານມາ, ໃນຄະນະທີ່ປະລິມານການຊົມໃຊ້ນ້ຳນັ້ນບໍ່ຕ່າງກັນຫຼາຍພໍປານໃດ.

ສາຍເຫດດັ່ງກ່າວໄດ້ກາຍເປັນຫົວຂໍ້ໜຶ່ງນໍາມາວິພາກວິຈານກັນຫຼາຍພໍສົມຄວນ ໃນປະຈຸບັນ.

ອີງຕາມການເກັບກຳຂໍ້ໃູນຂອງໜັງສືພິມວຽງຈັນທາຍ ໃນໄລຍະບໍ່ດົນມານີ້ເຫັນວ່າ ບາງຄອບຄົວເຄີຍເສຍແຕ່ລະເດືອນ 70,000 ກີບ ມາເປັນ 162,000 ກີບ, ຈາກ 100,000 ກີບ ມາເປັນ 250,000 ກີບ, ທຸກໆຄອບຄົວທີ່ໃຊ້ນ້ຳປະປາຢູ່ເມືອງ ໄຊເຊດຖາແມ່ນໄດ້ເສຍຄ່ານ້ຳປະປາເພີ້ມຫຼາຍກວ່າທົບເຄີ່ງ.  

ນາງເງິນ ເຈົ້າຂອງຮ້ານເຂົ້າປຽກກໍ່ແມ່ນຜູ້ໝຶ່ງທີ່ປະຫຼາດໃຈກັບຄ່ານ້ຳປະປາ ປະຈຳເດືອນ ກັນຍາ ແລະ ໄດ້ກ່າວຕໍ່ນັກຂ່າວວຽງຈັນທາຍວ່າ ໃນແຕ່ລະເດືອນ ຜ່ານມາໄດ້ຈ່າຍຄ່ານ້ຳປະປາປະມານ 50,000-60,000ກີບ ແຕ່ເດືອນ ກັນຍາ ທີ່ຜ່ານມາປະກົດວ່າຄ່ານ້ຳໄດ້ສູງຂຶ້ນເຖິງ 172,000 ກີບ ອັນນີ້ຖືວ່າລາຄາ ກາຍກວ່າທົບເຄີ່ງຂອງເດືອນຜ່ານມາ.

ທຸກເທື່ອຈະມີພະນັກງານມາຈົດເລກກົງເຕີວັດແທກນ້ຳ ກ່ອນຈະສົ່ງໃຫ້ບໍລິສັດ ອອກໃບບີນມາເກັບເງິນ ແຕ່ເທື່ອນີ້ມີພະນັກງານນໍາໃຊ້ເຄື່ອງ ແລ້ວຄິດໄລ່ເກັບເງິນຄ່ານ້ຳໂດຍກົງເລີຍຈາກເຄື່ອງຄິດໄລ່ແບບດີຈີຕອນ ມາເບີ່ງຕົວເລກຢູ່ເຄື່ອງວັດດັ່ງ ກ່າວ ແລະ ຄິດໄລ່ເງິນແບບດີຈີຕອນຢູ່ກັບທີ່ເລີຍ, ໝາຍຄວາມວ່າ ເບີ່ງຕົວເລກ ແລ້ວຄິດໄລ່ເກັບເງິນຄ່ານ້ຳໂດຍກົງເລີຍຈາກເຄື່ອງຄິດໄລ່ແບບດີຈີຕອນ. 

ທາງລັດວິສາຫະກິດນ້ຳປະປານະຄອນຫຼວງໄດ້ອອກມາຊີ້ແຈງວ່າ: ທາງບໍລິສັດໄດ້ເອົາເມືອງໄຊເສດຖາເປັນເມືອງທຳອິດໃນການທົດລອງເກັບເງີນແບບໃຊ້ລະບົບດີຈີຕອນ ໃນບັນດາ 9 ຕົວເມືອງຢູ່ໃນນະຄອນຫຼວງວຽງຈັນ. ສະນັ້ນ, ພະນັກງານຂອງບໍລິສັດຈະເບີ່ງຕົວເລກບໍລິມາດໃຊ້ນ້ຳຢູ່ກົງເຕີວັດແທກນ້ຳ ແລະ ສາມາດຄິດໄລ່ເງິນຢູ່ກັບທີ່ເລີຍ ຈະບໍ່ມີພະນັກງານໄປຈົດຕົວເລກບໍລິມາດການໃຊ້ນ້ຳແລ້ວຄ່ອຍສົ່ງໃຫ້ບໍລິສັດອອກໃບບິນໄປເກັບຄືທີ່ຜ່ານມາ.

ທາງບໍລິສັດໄດ້ອະທິບາຍຕື່ມອີກວ່າ ຄ່ານ້ຳປະປາແມ່ນບໍ່ໄດ້ມີການຂຶ້ນລາຄາແຕ່ຢ່າງໃດ, ພຽງແຕ່ປະຊາຊົນບໍ່ເຂົ້າໃຈ ຄືຄວາມຈິງແມ່ນຄ່ານ້ຳປະປາສູງເຊັ່ນນັ້ນກໍ່ຍ້ອນວ່າ ພະນັກງານໄດ້ລົງໄປຈົດໂຕເລກ ແລະ ໄລ່ຄ່ານ້ຳປະປາ ນັບແຕ່ເດືອນສິງຫາ ຫາ ຕົ້ນເດືອນຕຸລາ ຕາມໂຕເລກຂອງແຕ່ລະເຄື່ອງວັດແທກຢູ່ໃນແຕ່ລະບ້ານຂອງເມືອງດັ່ງກ່າວ. ເນື່ອງຈາກວ່າທາງບໍລິສັດໄດ້ຢຸດໃຫ້ພະນັກງານລົງໄປຈົດໂຕເລກການນຳໃຊ່ນ້ຳປະປາຢູ່ເມືອງໄຊເສດຖານັບແຕ່ເດືອນສິງຫາເປັນຕົ້ນມາ ເພື່ອຈະເປັນການທົດສອບລະບົບດັ່ງກ່າວ.

ຂ່າວ: ສົມພາວັນ

ພາບ: ວຽງຈັນທາຍ

Related Articles

Leave a Reply