ກົມຮູບເງົາກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ຮ່ວມກັບວິທະຍຸສາກົນແຫ່ງປະເທດຈີນ ຫຼື CRI ປະຈໍາລາວ ໄດ້ຈັດ ພິທີເປີດເທດສະການຮູບເງົາດີເດັ່ນ ລາວ-ຈີນປະຈໍາປີ 2019 ຂຶ້ນຢ່າງເປັນ ທາງການໃນຕອນແລງຂອງມື້ນີ້ 30/10/2019, ທີ່ຫໍວັດທະນ ທໍາແຫ່ງຊາດ ນະຄອນຫຼວງວຽງຈັນ.
ເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ຈ້າວເສີງກາງ ທີ່ປຶກສາການເມືອງສະຖານທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ວິທູນ ສຸນດາຣາ ຫົວໜ້າກົມຮູບເງົາ ພ້ອມດ້ວຍມວນຊົນຫຼາຍກວ່າ 800 ຄົນເຂົ້າຮ່ວມ ແລະ ຊົມຮູບເງົາຈີນ ເລື່ອງມະຫາເສດຖີຈຳເປັນ ທີ່ພາກເປັນພາສາລາວ.
ໃນໂອກາດນີ້, ທ່ານ ວິທູນ ສຸນດາຣາ ຫົວໜ້າກົມຮູບເງົາ ກະຊວງ ຖວທ ໄດ້ກ່າວວ່າ: ໂດຍປະຕິບັດຕາມແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ
ລາວ-ຈີນ ແລະຜົນສຳເລັດໃນການຈັດເທດສະການຮູບເງົາດີເດັ່ນ ລາວ-ຈີນໃນ
ຄັ້ງຜ່ານມາ, ພາຍໃຕ້ການຊີ້ນໍາຂອງກະຊວງ ຖວທ ແລະ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ກົມຮູບເງົາ ກະຊວງ ຖວທ ແລະ CRI ປະຈໍາລາວໄດ້ຮ່ວມ
ກັນຈັດເທດສະການສາຍຮູບເງົາດີເດັ່ນ ລາວ-ຈີນ ປະຈຳປີ 2019 ຂຶ້ນຢູ່ ສປປ ລາວ ເຊິ່ງເປັນການຮ່ວມມື ຄັ້ງທີ່ 3 ແລ້ວ. ໃນຖານະທີ່ຮູບເງົາເປັນສື່ໜຶ່ງທີ່ໃຫ້ທັງຄວາມຮູ້, ສາລະ ແລະ ຄວາມບັນເທີງ, ຂ້າພະເຊື່ອໝັ້ນວ່າເທດສະການສາຍຮູບເງົາ ຄັ້ງນີ້ ຈະກາຍເປັນເວທີແຫ່ງການ ພົວພັນ ແລະແລກປ່ຽນ ວັດທະນະທຳລະຫວ່າງສອງຊາດລາວ-ຈີນ ໂດຍຜ່ານ ການຊົມຮູບເງົາຈີນທີ່ພາກເປັນພາສາລາວ ເພື່ອຈະເຮັດໃຫ້ປະຊາຊົນລາວບັນ ດາເຜົ່າ ໄດ້ເຂົ້າໃຈວັດທະນະທຳຈີນຢ່າງເລິກເຊິ່ງຫຼາຍຂຶ້ນກວ່າເກົ່າ ແລະ ຫວັງວ່າສອງຝ່າຍຈະສືບຕໍ່ຮ່ວມມື ໃນການຊ່ວຍເຫຼືອເຊິ່ງກັນ ແລະກັນ ໂດຍສະເພາະການຈັດງານແຂ່ງຂັນຮູບເງົາ ແລະ ການພັດທະນາບຸກຄະລາ ກອນດ້ານຮູບເງົາ. ງານດັ່ງກ່າວຈະປະກອບສ່ວນເສີມຂະຫຍາຍສາຍພົວພັນມິດ ຕະພາບລະຫວ່າງສອງພັກ-ລັດ ແລະ ປະຊາຊົນສອງຊາດ ໃຫ້ເກີດດອກອອກ ຜົນຂຶ້ນເລື້ອຍໆໄປ.
ເທດສະການຮູບເງົາດີເດັ່ນ ລາວ-ຈີນປະຈໍາປີ 2019 ນີ້ ຈະໄດ້ນໍາເອົາຮູບເງົາດີເດັ່ນ ຈີນ 02 ເລື່ອງຄື: ມະຫາເສດຖີຈໍາເປັນ, ຮອຍຍິ້ມຈາກສາຍພູ, ທີ່ພາກເປັນພາສາ ລາວໂດຍນັກພາກມືອາຊີບ ແລະສິລະປິນ ຊື່ດັງຂອງລາວ ພ້ອມທັງໄດ້ນໍາເອົາຮູບ ເງົາດີເດັ່ນລາວ-ຈີນໄປສາຍຢູ່ທັງນະຄອນຫຼວງວຽງຈັນ ແລະ ອີກ 8 ແຂວງໂດຍບໍ່ ເສຍຄ່າເຂົ້າຊົມຄື: ແຂວງວຽງຈັນ, ບໍລິຄໍາໄຊ, ສະຫວັນນະເຂດ, ສາລະວັນ, ອັດຕະປື, ໄຊຍະບູລີ, ບໍ່ແກ້ວ ແລະ ແຂວງຜົ້ງສາລີ ໃນລະຫວ່າງເດືອນພະຈິກນີ້.
ຂ່າວ-ພາບ: ສີສຸພັນ