Vientiane Times Lao
ກວດພົບສານຟ໋ອກໂມນປົນໃນອາຫານທະເລຈໍານວນຫຼາຍຢູ່ສະຫວັນນະເຂດ

ກວດພົບສານຟ໋ອກໂມນປົນໃນອາຫານທະເລຈໍານວນຫຼາຍຢູ່ສະຫວັນນະເຂດ

ເຈົ້າໜ້າທີ່ຕຳຫຼວດສະເພາະກິດ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດໄດ້ແຈ້ງໃຫ້ຮູ້ວ່າມື້ວານນີ້ 31 ຕຸລາ 2019 ເຈົ້າໜ້າທີ່ໄດ້ລົງກວດກາສະພາບການຊື້-ຂາຍອາຫານທະເລຢູ່ຕະຫຼາດສາມັກຄີໄຊ ແລະ ໄດ້ພົບສານຟ໋ອກໂມນ ຢູ່ໃນອາຫານດັ່ງກ່າວເປັນຈໍານວນຫຼາຍ.

ທ່ານຈັນທະວົງ ລາຊາສົມບັດ ເຈົ້າໜ້າທີ່ຕຳຫຼວດສະເພາະກິດ ນະຄອນໄກສອນພົມວິຫານໄດ້ກ່າວວ່າ ອາຫານທະເລເກືອບທຸກຊະນິດ ເຊັ່ນ: ປາມຶກ, ກຸ້ງ, ຫອຍ, ປູ ແລະ ອື່ນໆ ທີ່ໄດ້ນຳເຂົ້າມາຈາກປະເທດເພື່ອນບ້ານນັ້ນ ແມ່ນທາງທີມງານໄດ້ກວດພົບສານດັ່ງກ່າວທີ່ປົນຢູ່ໃນອາຫານທະເລເຫຼົ່ານັ້ນ.

ແຕ່ເຖິງຢ່າງໃດກໍ່ຕາມ, ທາງເຈົ້າໜ້າທີ່ຍັງບໍ່ສາມາດສະຫຼຸບໄດ້ເທື່ອວ່າ ສິນຄ້າດັ່ງກ່າວແມ່ນໄດ້ຖືກໃສ່ສານຟອ໋ກໂມນມາແຕ່ຕົ້ນທາງຫຼືບໍ່, ເພາະບາງທີອາດຖືກໃສ່ໃນໄລຍະເວລາທີ່ກຳລັງນຳເຂົ້າມາໃນປະເທດລາວ ຫຼືອາດຈະແມ່ນແມ່ຄ້າຜູ້ທີ່ເອົາມາຂາຍນີ້ເປັນຄົນໃສ່ສານດັ່ງກ່າວເພື່ອເຮັດໃຫ້ມັນສົດ.

ທ່ານຈັນທະວົງ ໃຫ້ຮູ້ຕື່ມວ່າ ພາຍຫຼັງທີ່ໄດ້ກວດພົບສານທີ່ປົນໃນອາຫານທະເລດັ່ງກ່າວ, ທາງເຈົ້າໜ້າທີ່ໄດ້ນຳໄປທຳລາຍໃຫ້ເຫັນຢູ່ກັບທີ່. ສ່ວນແມ່ຄ້າແມ່ນໄດ້ຖືກປັບໄໝ, ຂຽນບົດບັນທຶກໄວ້ບໍ່ໃຫ້ເຮັດອີກໃນອານາຄົດ ແລະ ຖ້າພົບເຫັນແມ່ນຈະບໍ່ອະນຸຍາດໃຫ້ຂາຍອີກຕໍ່ໄປ.

ຂ່າວ: ສົມພາວັນ

ພາບ: ຈັນທະວົງ 

Related Articles

Leave a Reply