ກະຊວງການເງິນ ໄດ້ຈັດຊຸດອົບຮົມ ຍົກລະດັບວຽກງານຄຸ້ມຄອງລາຍຮັບສວຍສາອາກອນ ດ້ວຍລະບົບທີ່ທັນສະໄໝ ໃນຕອນເຊົ້າຂອງມື້ນີ້ 04 ພະຈິກ 2019 ໂດຍເຊີນ ນັກສໍາມະນາກອນ ທີ່ມາຈາກ ບັນດາແຂວງ ແລະ ບັນດາເມືອງ. ເຂົ້າຮ່ວມການຝຶກອົບຮົມຄັ້ງນີ້ເພື່ອຮຽນຮູ້ການສ້າງແຜນການເກັບລາຍຮັບສ່ວຍສາອາກອນ ຜ່ານລະບົບ TaxRIS ເພື່ອສ້າງຄວາມເຂັ້ມແຂງດ້ານການເງິນພາກລັດ ແລະ ເພື່ອຫັນວຽກງານຄຸ້ມຄອງລາຍຮັບສ່ວຍສາອາກອນໃຫ້ທັນສະໄໝເທື່ອລະກ້າວ.
ບັນດານັກສໍາມະນາກອນ ທີ່ໄດ້ເຂົ້າຮ່ວມອົບຮົມຄັ້ງນີ້ ແມ່ນພະນັກງານສ່ວຍສາອາກອນທີ່ມາຈາກແຕ່ລະເຂດທີ່ໄດ້ເປີດນໍາໃຊ້ລະບົບ TaxRIS ທີ່ເປັນເຄື່ອງມືຮັບໃຊ້ໃນການເຮັດວຽກງານຄຸ້ມຄອງທັນສະໄຫມ. ເພື່ອໃຫ້ການຫັນເປັນທັນສະໄໝດັ່ງກ່າວໄດ້ຮັບໝາກຜົນ ແລະ ມີປະສິດທິຜົນສູງຂຶ້ນ ຈຶ່ງຈໍາເປັນຕ້ອງໄດ້ຝຶກອົບຮົມພະນັກງານສ່ວຍສາອາກອນໃຫ້ມີຄວາມສາມາດນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນວຽກງານຄຸ້ມຄອງລາຍຮັບສ່ວຍສາອາກອນ. ຊຶ່ງວຽກງານສ້າງແຜນລາຍຮັບສ່ວຍສາອາກອນກໍ່ແມ່ນວຽກງານໜຶ່ງ ທີ່ເປັນການວາງແຜນໃນການຈັດເກັບລາຍຮັບ ໃຫ້ສາມາດຕອບສະຫນອງເງິນທືນທີ່ຈໍາເປັນໃຫ້ແກ່ວຽກງານສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດ.
ຜ່ານມາການສ້າງແຜນ ແມ່ນ ບໍ່ໄດ້ອືງໃສ່ຖານລາຍຮັບຕົວຈິງ ເນື່ອງຈາກວ່າຂັ້ນຕອນການເກັບກໍາຂໍ້ມູນບໍ່ໄດ້ລະອຽດ ເຮັດໃຫ້ການສ້າງແຜນດັ່ງກ່າວບໍ່ມືຂໍ້ມູນພຽງພໍ ແລະ ສະພາແຫ່ງຊາດ ບໍ່ສາມາດຮັບຮອງເອົາການສະເໜີແຜນລາຍຮັບຂອງຂະແຫງສ່ວຍສາອາກອນ. ສະພະແຫ່ງຊາດໄດ້ກໍານົດເພດານແຜນລາຍຮັບໄໝ່ໃຫ້ຂະແຫນງສ່ວຍສາອາກອນຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມຄວາມເປັນຈິງ ແລະ ຈຸດພິເສດຂອງແຕ່ລະທ້ອງຖິ່ນ.
ສະນັ້ນ, ຈຶ່ງໄດ້ຈັດຝຶກອົບຮົມຄັ້ງນີ້ເພື່ອໃຫ້ນໍາໃຊ້ລະບົບເຂົ້າໃນການສ້າງແຜນລາຍຮັບ, ໃຫ້ມີຂໍ້ມູນສົມບູນຫຼາຍຂຶ້ນ ແລະ ສາມາດສະເໜີຜ່ານສະພາໄດ້ ໂດຍບໍ່ຈໍາເປັນຕ້ອງມາສ້າງແຜນລາຍຮັບຄືນໄໝ່.
ຂ່າວ: ພູນຊັບ
ພາບ: ບຸນແຝງ