ງານນະມັດສະການບຸນພະທາດຫຼວງປີນີ້ ການນຳຂອງນະຄອນຫຼວງວຽງຈັນໄດ້ ເນັ້ນໃສ່ເລື່ອງສາສະໜາຫຼາຍກວ່າ ກິດຈະກຳອື່ນໆ.
ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນະຄອນຫຼວງວຽງຈັນໄດ້ກ່າວໃນພິທີ ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈໍາປີ 2019 ໃນຕອນຄ່ຳຂອງມື້ ວານນີ້ 05 ພະຈິກ 2019 ວ່າ: ການຈັດງານ ປີນີ້ ແມ່ນພວກເຮົາ ໄດ້ເລັ່ງໃສ່ພິທີ ການທາງສາສະໜາ ເປັນເຄົ້າໂດຍ ບໍ່ໄດ້ປະລະກິດຈະການ ໃດເລີຍ, ຄຽງຄູ່ກັນນັ້ນ ກໍ່ຍັງມີກິດຈະການປິ່ນອ້ອມອື່ນໆ ດັ່ງທີ່ເຄີຍປະ ຕິບັດຜ່ານມາເຊັ່ນ: ມີດົນຕີພື້ນເມືອງ, ການວາງສະແດງສິນຄ້າ, ການວາງ ສະແດງຜະລິດຕະພັນດ້ານການທ່ອງ ທ່ຽວ, ຮູບພາບ, ການສ້າງເຮືອນຈໍາ ລອງຊົນເຜົ່າ ທັ້ງນີ້ກໍ່ເພື່ອດຶງດູດ ຄວາມສົນໃຈ ແລະ ສ້າງສະເໜ່ໃຫ້ງານໃນປີນີ້.
ທ່ານ ສິນລະວົງ ໄດ້ອະທິບາຍຕື່ມ ອີກວ່າ ການຈັດງານບຸນນະມັດສະ ການພະທາດຫຼວງປີນີ້ແມ່ນ ນະຄອນ ຫຼວງວຽງຈັນ ຖືເອົາງານຄັ້ງນີ້ເປັນງານ ບຸນແຫ່ງການຈາລຶກ ແລະ ສັນລະເສີນ ສັດທາຄຸນງາມຄວາມດີຂອງຜູ້ທີ່ໂມ ທະນາທີ່ໄດ້ປະກອບສ່ວນບູລະນະອົງ ພະທາດ ແລະ ຫໍພະແກ້ວ, ເປັນການ ສົ່ງເສີມຄວາມສີວິໄລ, ອະລິຍະທໍາ ໄປພ້ອມໆກັນ ແລະ ເປັນງານບຸນທີ່ ສົ່ງເສີ່ມການສ້າງເສດ “ຖະກິດສີຂຽວ, ປະກອບສ່ວນແກ້ໄຂການປ່ຽນແປງ ຂອງດິນຟ້າອາກາດ”, ການຈັດງານປີ ນີ້ຄະນະກຳມະການຄາດວ່າຈະເປັນ ອີກປີໜຶ່ງທີ່ສ້າງຄວາມປະທັບໃຈໃຫ້ ແກ່ຜູ້ມາທ່ຽວຊົມ, ມີຄວາມຄຶກຄື້ນ, ຄວາມເປັນລະບຽບຮຽບຮ້ອຍທັງມີ ຄວາມສີວິໄລດ້ານຈິດໃຈອັນງົດງາມ, ສ່ອງແສງໃຫ້ເຫັນຜົນສໍາເລັດອັນ ໃໝ່ໃນພາລະກິດສ້າງສາພັດທະນາປະເທດຂອງພວກເຮົາໃນໄລຍະໃໝ່ຂອງ ນະຄອນຫຼວງວຽງຈັນ, ກາຍເປັນ ແຫຼ່ງສຶກສາສິນທໍາ, ອະລິຍະທໍາ, ກາຍເປັນສູນວັດທະນະທໍາ ແລະ ສູນລວມຈິດໃຈຂອງຊາວລາວຕະຫຼອດໄປ.
ຂ່າວ: ສຸກນີລັນດອນ
ພາບ: ບຸນແຝງ