ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ກ່າວຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ກໍາລັງດຳເນີນຢູ່ໃນປະຈຸບັນນີ້ວ່າ ຕາມການຄາດຄະເນ ລາຄານ້ຳມັນຢູ່ ສປປ ລາວອາດຈະສືບຕໍ່ເພິ່ມຂຶ້ນຢ່າງຫຼີກເວັ້ນບໍ່ໄດ້ໃນອະນາຄົດ.
ທ່ານໄດ້ກ່າວວ່າ: ລາຄານໍ້າມັນໃນຕະຫລາດໂລກ ມີຄວາມຜັນຜວນ ຍ້ອນຄວາມບໍ່ສະຫງົບໃນເຂດຕາເວັນອອກກາງ ເຊິ່ງກະທົບໃສ່ແຫຼ່ງຜະລິດນໍ້າມັນ ແລະ ອາດມີຜົນຕໍ່ລາຄານໍ້າມັນໃນຕະຫຼາດໂລກ. ບັນດາປະເທດປາຍທາງ ລວມທັງປະເທດເຮົາກໍ່ຈະປະເຊີນກັບລາຄານໍ້າມັນແພງຂຶ້ນຢ່າງຫຼີກບໍ່ໄດ້.
ນໍ້າມັນແມ່ນມີຄວາມຈໍາເປັນແລະ ເປັນປັດໄຈສຳຄັນຕໍ່ການດຳລົງຊີວິດ ແລະ ການຂະຫຍາຍໂຕຂອງເສດຖະກິດ. ຖ້າລາຄານໍ້າມັນຫາກສືບຕໍ່ເໜັງຕິງໃນອະນາຄົດ ອັດຕາເງິນເຟີ້, ຄ່າຄອງຊີບ ແລະ ການຄຸ້ມຄອງເງິນຕາ ໃນ ສປປ ລາວ ກໍ່ອາດຈະພົບຄວາມຫຍຸ້ງຍາກຕໍ່ໄປ.
ອີງຕາມ ສະຖິຕິຂອງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສລາວ, ສປປ ລາວ ນໍາເຂົ້ານໍ້າມັນມາຈາກສອງແຫຼ່ງຄື: ປະເທດຫວຽດນາມ ແລະ ປະເທດໄທ. ປີ 2017 ປະລິມານການນໍ້າເຂົ້ານໍ້າມັນ ຂອງ ສປປ ລາວ ມີ 1,4 ລ້ານໂຕນ. ປະຈຸບັນ, ສະເລ່ຍການນໍາເຂົ້ານໍ້າມັນເພິ່ມຂຶ້ນລະຫວ່າງ 7 ເຖິງ 10%.
ຂ່າວ: ມະນີຈັນ
ພາບ: ປ້ອມ
