ແຕ່ລະມື້ມີລົດກະບະປະມານ 20 ຄັນ ໄດ້ຂົນເອົາພືດຜັກ ແລະ ຜົນຜະລິດກະສີກໍາມາຈາກ ປະທດເພື່ອນບ້ານເຂົ້າມາສະໜອງຢູ່ຕະຫຼາດໃນນະຄອນຫຼວງວຽງຈັນ, ເຊິ່ງສ້າງຜົນກະທົບຕໍ່ຜູ້ປະກອບການດ້ານກະສີກໍາພາຍໃນ ແລະ ການຄຸ້ມຄອງເງິນຕາຕ່າງປະເທດ.
ຊາວກະສິກອນໃນບາງເຂດໄດ້ຫຼຸດຜ່ອນ ແລະ ຢຸດການຜະລິດກະສິກຳລົງເນື່ອງຈາກ ວ່າຖ້າຝືນສືບຕໍ່ປູກ ຫຼືປູກຫຼາຍກໍ່ບໍ່ສາມາດຂາຍໄດ້ ເພາະຕະຫຼາດຕ່າງໆ ເຕັມໄປດ້ວຍສິນຄ້ານຳເຂົ້າ. ສະພາບການດັ່ງກ່າວ ອາດຈະແມ່ນສາຍເຫດໜຶ່ງທີ່ສົ່ງຜົນສະທ້ອນເຮັດໃຫ້ເງິນກີບອອ່ນຄ່າລົງຫຼາຍໃນປະຈຸບັນ ເມື່ອທຽບໃສ່ສະກຸນເງິນບາດໄທ ແລະ ເງິນໂດລາສະຫະລັດອາເມລິກາ. ຍິ່ງໄປກວ່ານັ້ນ, ບັນຫານີ້ຍັງກະທົບກະເທືອນໄປເຖິງການເໜັງຕິງຢ່າງຕໍ່ເນື່ອງຂອງໄພເງິນເຟີ້ ເນື່ອງມາຈາກການປ່ຽນແປງຂອງອັດຕາແລກປ່ຽນ ແລະ ລາຄາສິນຄ້າສູງຂຶ້ນເລື້ອຍໆ.
ອີງຕາມການລາຍງານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າເມື່ອບໍ່ດົນມານີ້ວ່າ: ໃນແຕ່ລະມື້ ຕອນເຊົ້າຈະມີລົດປະມານ 5 ຫາ 6 ຄັນ, ເຊິ່ງປະກອບມີລົດກະບະຂະ ໜາດບັນທຸກນໍ້າໜັກປະມານ 2 ໂຕນ, ລົດບັນທຸກຍີ່ຫໍ້ຮຸນໄດ ຫລື ລົດກະບະທີ່ມີການຕໍ່ເຕີມສະພາບດ້ານເຕັກນິກ ໂດຍມີຜ້າແພປົກຄຸມ ບັນທຸກສິນຄ້າກະສິກໍາຫລາຍປະເພດຈາກປະເທດເພື່ອນບ້ານມາສະໜອງຢູ່ຕະຫລາດຕ່າງໆໃນນະຄອນຫລວງວຽງຈັນ. ສ່ວນຕອນແລງລະຫວ່າງ 16:00 ຫາ 17:00 ກໍ່ມີລົດປະມານ14 ຫາ15 ຄັນຂົນຜະລິກກະສີກໍາດັ່ງກ່າວເຂົ້າສູ່ຕະຫຼາດຕ່າງໆໃນນະຄອນຫຼວງວຽງຈັນ.
ສະນັ້ນ, ລັດຖະບານຈຶ່ງໄດ້ຂຸ້ນຂ້ຽວສ້າງຕັ້ງຄະນະສະເພາະກິດຂຶ້ນເພື່ອຊຸກຍູ້ ສົ່ງເສີມການຜະລິດພາຍໃນ ແລະ ສະກັດກັ້ນການນຳເຂົ້າສິນຄ້າຢູ່ໃນນະ ຄອນຫຼວງວຽງຈັນທີ່ບໍ່ຖືກຕ້ອງແລະສອດຄ່ອງຕາມລະບຽບກົດໝາຍ.
ການສະກັດກັ້ນການນຳເຂົ້າບໍ່ໝາຍຄວາມວ່າຈະຫ້າມທຸກຢ່າງ ຖ້າຜົນຜະລິດພາຍໃນອັນໃດບໍ່ສາມາດສະໜອງຄວາມຕ້ອງການ ກໍ່ຍັງຈະສືບຕໍ່ນໍາເຂົ້າ ເຊັ່ນ: ຜັກບົວຫົວໃຫຍ່ ຫລື ມັນຝຣັ່ງເພື່ອຮັບປະກັນໃຫ້ແກ່ຜູ້ບໍລິໂພກ, ແຕ່ການນຳເຂົ້ານັ້ນ ຕ້ອງໄດ້ຜ່ານການພິຈາລະນາ ແລະ ຂໍອະນຸຍາດຈາກ ຂະແໜງກະສິກຳ ແລະ ອົງການທີ່ກ່ຽວຂ້ອງ.
ທ່ານ ສົມຈິດ ເວົ້າວ່າ: ປະຈຸບັນ, ຊາວສວນບໍ່ມີກໍາລັງໃຈໃນການຜະລິດ ຍ້ອນມີຄົນຈໍານວນໜຶ່ງນໍາເອົາຜະລິດຕະພັນກະສີກໍາເຖື່ອນເຂົ້າມາຂ່າຍໃນລາຄາຖືກ ແລະ ມ້າງກົນໄກພາຍໃນເຮັດໃຫ້ຕະຫຼາດບໍ່ມີຄວາມສະຫງົບ.
ທ່ານ ກ່າວເນັ້ນຕື່ມອີກວ່າ: ລົດ 20 ຄັນທີ່ນຳສິນຄ້າມາແຕ່ປະເທດໄທແມ່ນນຳເຂົ້າແບບງ່າຍໆຄື: ຜູ້ນຳເຂົ້າໄປຈອດລົດຢູ່ຕະຫຼາດຂາຍຍົກ ເລາະຊື້ເຄຶ່ອງຢູ່ຕະຫຼາດ ແລ້ວກໍ່ນຳເຂົ້າມາ. ພວກເຂົາເຈົ້າເລືອກເອົາລາຄາຖືກ ແລ້ວເອົາຜ້າບັດປົກຈາກນັ້ນກໍ່ເອົາມາ ຂາຍຢູ່ບ້ານເຮົາ.
ທ່ານ ສົມຈິດ ໄດ້ແຈ້ງໃຫ້ຮູ້ຕື່ມອີກວ່າ: ອັນນີ້ແມ່ນບຸກຄົນໃດໜຶ່ງນໍາເຂົ້າໂດຍ ຍັງບໍ່ທັນມີການຈັດຕັ້ງໃດນຳເຂົ້າ ເປັນລະບົບຕາມລະບຽບການນຳເຂົ້າແບບສາກົນຕ່າງໆ. ສະນັ້ນ, ເວລາມາແຈ້ງພາສີກໍ່ແຈ້ງລາຄາຕ່ຳ ຫລື ບາງເທື່ອກໍ່ແຈ້ງເປັນສິນຄ້າຕິດໂຕຜູ້ໂດຍສານພໍໄດ້ເສຍຄ່າທຳນຽມ. ເຈົ້າໜ້າທີ່ກັກກັນພືດ-ສັດຢູ່ກັບດ່ານບໍ່ໄດ້ເອົາຫົວໃສ່ໃຈຊາ, ບາງເທື່ອກໍ່ມີປະກົດການຫຍໍ້ທໍ້ອາດຈະຮັບສິນບົນ ແລະ ບໍ່ເຂັ້ມງວດໃນການກວດ ສິນຄ້ານໍາເຂົ້າ. ມີບາງອັນແມ່ນປົນເປກັນລະຫວ່າງສິນຄ້ານໍາເຂົ້າທີ່ຖືກຕ້ອງຕາມກົດໝາຍ ແລະ ສິນຄ້າທີ່ບໍ່ສອດຄ່ອງ, ເຊິ່ງໄດ້ສົ່ງຜົນກະທົບຕໍ່ສິນຄ້າພາຍໃນ ສ້າງຄວາມປັ່ນປ່ວນທາງດ້ານລາຄາ ເພາະວ່າສິນຄ້າກະສີກໍາເຫຼົ່ານີ້ນໍາ ເຂົ້າບໍ່ໄດ້ເສຍພາສີແຕ່ໄປຂາຍລາຄາຖືກກວ່າຜົນຜະລິດກະສີກໍາພາຍໃນ.
ຂ່າວ-ພາບ: ວຽງຈັນທາຍ