Vientiane Times Lao
ຫຼາຍໝື່ນຄົນໃສ່ບາດບຸນທາດຫຼວງປີນີ້

ຫຼາຍໝື່ນຄົນໃສ່ບາດບຸນທາດຫຼວງປີນີ້

ຫຼາຍໜື່ນຄົນເຂົ້າຮ່ວມໃສ່ບາດໃນງານບຸນນະມັດສະການພະທາດຫຼວງປະຈຳປີ 2019 ໃນຕອນເຊົ້້າທີ 11 ພະຈິກ 2019 ທີ່ນະຄອນຫຼວງວຽງຈັນ.
ຊາວພຸດທັງຫຼາຍເຫຼົ່ານີ້ໂດຍສະເພາະປະຊາຊົນ ລາວໄດ້ເຕົ້າໂຮມກັນແຕ່ເຊົ້າ ທີ່ເດີ່ນພະທາດຫຼວງ ແລະ ບາງກຸ່ມຄົນມາແຕ່ສີ່ໂມງເຊົ້າໂດຍກຽມເຂົ້າ, ດອກໄມ້ ແລະ ເຄື່ອງທານຕ່າງໆ ເພື່ອກຽມໃສ່ບາດໃຫ້ແກ່ພະສົ່ງໃນຈໍານວນພັນກວ່າ ອົງທີ່ມາຈາກບັນດາແຂວງຕ່າງໆໃນຂອບເຂດທົ່ວປະ ເທດ ແລະ ຈາກປະເທດ ເພື່ອນບ້ານ ເພື່ອເຂົ້າຮ່ວມງານບຸນນັດມັດສະການພະທາດຫຼວງ.
ງານບຸນພະທາດຫຼວງ ຖືກວ່າເປັນງານບຸນປະເພ ນີທີ່ໃຫຍ່ທີ່ສຸດຂອງ ສປປ ລາວ, ເຊິ່ງປະຊາຊົນ ຄົນລາວໄດ້ປະຕິບັດສືບທອດກັນມາແຕ່ປູ່ຍ່າຕາຍາຍຈາກອາດີດຈົນເຖິງປະຈຸບັນ ໂດຍມີການ ແຫ່ຜາສາດເຜິ້ງໃນມື້ 13 ຄ່ຳ ແລະ 14 ຄ່ຳ ກ່ອນ ທີ່ຈະມີພິທີໃສ່ບາດໃນມື້ 15 ຄ່ຳ ເດືອນທັນວາ ກໍ່ຄືຕອນເຊົ້້າ ຂອງມື້ນີ້.
ນອກຈາກນັ້ນ, ງານບຸນປະເພນີດັ່ງກ່າວ ຍັງມີ ການວາງສະແດງສິນຄ້າຜະລິດຕະ ພັນຫັດຖະກຳສີໄມ້ລາຍມີຂອງຄົນລາວ, ຫ້ອງວາງສະແດງ ຈາກພາກລັດ ແລະ ເອກະຊົນ, ອານຫານທ້ອງ ຖິ່ນ ແລະ ສະຖານທີ່ທີ່ຈໍາລອງເຮືອນລາວບູຮານ ແລະ ວິຖີຊີວິດທາງດ້ານວັດທະນະທຳ ແລະ ຮີດຄອງປະເພນີຂອງຄົນລາວບັນດາເຜົ່າ.
ພາຍຫຼັງທີ່ໃສ່ບາດແລ້ວຊາວພຸດເຫຼົ່ານີ້ຍັງມີອີກ ຫຼາຍກິດຈະກໍາຢູ່ໃນງານ ເປັນຕົ້ນ ກິນຕົ້້ມໄກ່ ລາດ, ກິນອາຫານທ້ອງຖິ່ນຕ່າງໆ, ຕອນບ່າຍ ແມ່ນ ຊົມການແຂ່ງຂັນ ກິລາຕີຄີ ແລະ ຕອນຄໍ່າ ແມ່ນວຽນທຽນອ້ອມພະທາດຫຼວງ.
ຂ່າວ: ວຽງຈັນທາຍ
ພາບ: ຄຳພັນ

Related Articles

Leave a Reply