Vientiane Times Lao
ລາວຈະເອົາໃຈໃສ່ປະຕິບັດສົນທິສັນ ຍາວ່າດ້ວຍສິດທິເດັກ

ລາວຈະເອົາໃຈໃສ່ປະຕິບັດສົນທິສັນ ຍາວ່າດ້ວຍສິດທິເດັກ

ກອງປະຊຸມລະດັບສູງ ໃນໂອກາດວັນຄົບຮອບ 30 ປີ ຂອງສົນທິສັນຍາ ວ່າດ້ວຍ ສິດທິເດັກ ໄດ້ຈັດຂຶ້ນມື້ເຊົ້ານີ້ ທີ 11 ພະຈິກ 2019 ທີ່ນະ ຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງ ​ທ່ານ ປອ ສອນ​ໄຊ ສີ​ພັນ​ດອນ, ຮອງ​ນາຍົກລັດ ຖະມົນຕີ ລັດຖະ ມົນຕີກະຊວງແຜນການ ແລະ ການລົງທືນ ທັງ ເປັນປະທານຄະນະ​ກຳມາທິ ການ​ແຫ່ງ​ຊາດ ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ​ ​ແລະ ​ເດັກ, ນອກນັ້ນຍັງມີ ທ່ານ ອອກຕີວຽນ ວິໂວນ, ຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳລາວ, ບັນດາທ່ານເອກອັກຄະລັດຖະທູດ ແລະ ຄູ່ຮ່ວມພັດທະນາ, ທ່ານ​ປະທານ​ຄະນະ​ກຳມາ​ ທິການ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ​ແລະ ​​ເດັກ, ​ກະຊວງ, ອົງການ ແລະ ບັນດາແຂວງ ທົ່ວປະເທດ, ບັນດາຕົວແທນພາກທຸລະກິດ ເອກະຊົນ ແລະ ຕົວແທນເດັກ ແລະ ໄວໜຸ່ມ ກໍ່ໄດ້ເຂົ້່າຮ່ວມ.
ທ່ານ ປອ ສອນ​ໄຊ ສີ​ພັນ​ດອນ ໄດ້ກ່າວປີດ ກອງປະຊຸມດັ່ງກ່າວ ທີ່ມີເນື້ອໃນບາງຕອນ ສຳຄັນວ່າ: ລັດຖະບານລາວໄດ້ເອົາໃຈໃສ່ເປັນ ເຈົ້າການໃນການປັບປຸງລະບົບປົກປ້ອງເດັກ ແລະ ຫຼຸດຜ່ອນຄວາມທຸກຍາກຂອງເດັກໃນ ຫຼາຍມິຕິ ເພື່ອຈັດຕັ້ງປະຕິບັດບັນດາຂໍ້ສະເໜີ ແນະຂອງ ສປຊ ໃນວຽກສິດທິເດັກ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງ ສປປ ລາວ ເປັນຕົ້ນ: ວຽກງານຈົດທະບຽນການ ເກີດ, ຄວາມຮຸນແຮງຕໍ່ເດັກ, ເດັກແຕ່ງງານກ່ອນ ໄວ, ເດັກພິການ ແລະ ເດັກທີ່ຖືກຕັດແຍກອອກ ຈາກຄອບຄົວ. ໃນຕໍ່ໜ້າລັດຖະບານຈະເອົາໃຈ ໃສ່ ປັບປຸງລະບົບປົກປ້ອງເດັກທີ່ເກີດຈາກຂໍ້ ຫຍຸ້ງຍາກທາງດ້ານການເງິນ, ບຸກຄະລາກອນ ແລະ ສະຖາບັນ, ຄວາມຄືບໜ້າໃນການປ້ອງກັນ ແລະ ແກ້ໄຂຂອດບໍລິການ ໃນການປົກປ້ອງເດັກ, ຈະສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາຂໍ້ສະ ເໜີແນະຂອງ ສົນທິສັນຍາ ວ່າດ້ວຍ ສິດທິເດັກ ໂດຍຄະນະກຳມະການສິດທິເດັກ ສປຊ ແລະ ຂໍ້ສະເໜີແນະຂອງຜູ້ລາຍງານພິເສດ ສປຊ ກ່ຽວກັບ ການຄ້າຂາຍເດັກ, ຄ້າປະເວນີເດັກ ແລະ ສິ່ງລາມົກອານາຈານ ກ່ຽວກັບ ເດັກ ທີ່ສະ ເໜີໃຫ້ມີການປັບປຸງລະບົບປົກປ້ອງເດັກເພື່ອຟື້ນຟູ ແລະ ຊ່ວຍເຫຼືອເດັກທີ່ຖືກເຄາະຮ້າຍໃຫ້ເຂົ້າ ເຖິງລະບົບຍຸຕິທຳ ແລະ ສັງຄົມສົງເຄາະ, ຈະ ເອົາໃຈໃສ່ໃນວຽກທີ່ກວມຫຼາຍຂະແໜງການ ເພື່ອຫຼຸດຜ່ອນຄວາມຂາດເຂີນຫຼາຍມິຕິຂອງ ຄວາມທຸກຍາກໃນເດັກ ເປັນຕົ້ນ: ປັບປຸງຜົນໄດ້ ຮັບທາງດ້ານໂພຊະນາການ,ໃຫ້ຄວາມສຳຄັນໃນການພັດທະນາເດັກກ່ອນໄວຮຽນ, ປັບປຸງຄຸນະ ພາບຂອງການສຶກສາ ຂັ້ນປະຖົມ ແລະ ມັດທະຍົມ, ປັບປຸງລະບົບນໍ້າສະອາດ ແລະ ສຸຂະອານາໄມ, ປັບປຸງຄວາມເຂັ້ມແຂງຂອງ ການຈັດຕັ້ງໃນຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ ກ່ຽວກັບ ການວາງແຜນການຈັດຕັ້ງ ປະຕິບັດການກວດກາບັນດາຂໍ້ລິເລີ່່ມໃນການ ແກ້ໄຂບັນດາຄວາມທຸກຍາກຂອງເດັກໃນຫຼາຍ ມິຕິ, ສືບຕໍ່ເອົາໃຈໃສ່ໃນການລົງທຶນແບບມີຍຸດ ທະສາດ ໃນການພັດທະນາຊັບພະຍາກອນ ມະນຸດ ເປັນຕົ້ນແມ່ນເດັກ ແລະ ໄວໜຸ່ມໃນ ລຸ້ນປະຈຸບັນ ເພື່ອໃຫ້ກາຍເປັນຜູ້ສືບທອດພາ ລະກິດ ໃນການພັດທະນາປະເທດຊາດ ໃຫ້ຫຼຸດ ພົ້ນອອກຈາກຄວາມດ້ອຍພັດທະນາ ແລະ ບັນ ລຸເປົ້າໝາຍການພັດທະນາແບບຍືນຍົງ, ເພີ່ມ ທະວີຄວາມເອົາໃຈໃສ່ໃນການສ້າງນັກສັງຄົມສົງ ເຄາະທີ່ມີຄວາມຊໍານິຊໍານານ ແລະ ຜ່ານການ ຝຶກອົບຮົມ ໂດຍການສ້າງຄູ່ມືຝຶກອົບຮົມ ແລະ ກຳນົດມາດຕະຖານຂັ້ນຕອນຕ່າງໆ; ຝຶກອົບຮົມ ກ່ອນໃຫ້ບໍລິການ ແລະ ໃນໄລຍະການບໍລິການ ແລະ ສ້າງລະບົບປະເມີນຜົນ ແລະ ຕິດຕາມຄຸນະ ພາບ ຂອງການບໍລິການ, ປະຕິບັດຂັ້ນຕອນການ ຊ່ວຍ ເຫຼືອກໍລະນີຢ່າງເປັນລະບົບໃນການບໍລິ ການ, ການປົກປ້ອງເດັກ ທີ່ມີຄວາມສ່ຽງ ຫຼື ເປັນຜູ້ຖືກເຄາະ ຮ້າຍຈາກການໃຊ້ຄວາມຮຸນ ແຮງ, ການຖືກປະລະ, ການຂົ່ມຂືນ ແລະ ການຖືກຂູດຮີດ ແລະ ວຽກງານອື່ນໆ.
ຂ່າວວຽງຈັນທາຍ: ສົມພາວັນ
ພາບ: ຄຳພັນ

Related Articles

Leave a Reply